ເທັກນິກການເວົ້າຈູງໃຈ ຫຼື ໂນ້ມນ້າວໃຫ້ຮູ້ສຶກຕາມ
ຫຼາຍຄົນອາດ ອາດເບີ່ງວ່າ “ການເວົ້າ” ເປັນສິ່ງບໍ່ຈໍາເປັນຕ້ອງໃຫ້ຄວາມສໍາຄັນແຕ່ແທ້ຈິງແລ້ວການເວົ້າເປັນສິ່ງທີ່ຕ້ອງໃຫ້ຄວາມສໍາຄັນຫຼາຍ ເພາະພຽງແຕ່ຄໍາເວົ້າໜື່ງກໍອາດເຮັດໃຫ້ຜິດໃຈກັນໄດ້້ ດັ່ງນັ້ນ ທັກສະການເວົ້າເປັນສິ່ງທີ່ສໍາຄັນ ແລະ ຄວນຝຶກຝົນ ເຊິ່ງທັກສະການເວົ້ານັ້ນກໍມີຫຼາຍແບບ ມື້ນິແອດຈະເອົາເທັກນິກການເວົ້າຈູງໃຈລືໂນ້ມນ້າວໃຫ້ຮູ້ສຶກຕາມ
1.ຕ້ອງມີຄວາມໝັ່ນໃຈ: ໃນການເວົ້າທຸກຄັ້ງເຮົາຄວນມີຄວາມໝັ່ນໃຈໃນຕົນເອງ ໝັ່ນໃຈໃນສິ່ງທີ່ຕ້ອງການເວົ້າ ຫຼື ສື່ສານອອກໄປເພາະຄວາມໝັ້ນໃຈຈະຖຶກສື່ອອກມາຜ່ານນໍ້າສຽງ ຫາກຜູ້ເວົ້າມີຄວາມໝັ່ນໃຈນໍ້າສຽງທີ່ຖຶກເວົ່າອອກມາຈະໜັກແນ່ນແລະໜ້າເຊື່ອຖືເຮັດໃຫ້ຜູ້ເວົ້າສາມາດຈູງໃຈຫຼືໂນ້ມນ້າວຜູ້ຟັງໄດ້.
2. ຕ້ອງມີບຸກຄະລິກກະພາບທີ່ດີ: ລັກສະນະພາຍນອກເປັນສິ່ງທໍາອິດ ທີ່ຄົນເຮົາເບີ່ງເຫັນ ດັ່ງນັ້ນບຸກກະລິກກະພາບຂອງຜູ້ເວົ້າກໍເປັນສິ່ງທີ່ຜູ້ຟັງສັງເກດເຫັນໄດ້ເປັນອັນດັບທໍາອິດຜູ້ເວົ້າຕ້ອງໃສ່ໃຈໃນການຮັກສາບຸກຄະລິກກະພາບທັງພາຍໃນແລະພາຍນອກເພາະຈະຊ່ວຍສະໜັບສະໜູນຄວາມໜ້າເຊື່ອຖຶແລະຄໍາເວົ້າທີ່ສື່ສານອອກໄປ.
3.ຕ້ອງມີການຍົກຕົວຢ່າງ: ການຍົກຕົວຢ່າງມາປະກອບກັບສິ່ງທີ່ຕ້ອງການຈູງໃຈເຊິ່ງຕົວຢ່າງທີ່ຍົກຂື້ນມາກໍຄວນເປັນຕົວຢ່າງທີ່ຜູ້ຟັງສາມາດເຂົ້າໃຈຢ່າງຖີ່ຖ້ວນຫຼືຄວນເປັນເລື່ອງໃກ້ຕົວທີ່ສໍາພັດໄດ້ເພື່ອໃຫ້ຜູ້ຟັງມີສ່ວນຮ່ວມແລະເຫັນດ້ວຍກັບຕົວຢ່າງນັ້ນໆ.
4.ຕ້ອງຮັບຟັງຄວາມຄິດເຫັນຂອງຜູ້ອື່ນ: ເມື່ອຜູ້ເວົ້າໄດ້ເວົ້້າໃນສິ່ງທີ່ຕ້ອງການຈູງໃຈແລ້ວ ຄວນເປີດໂອກາດໃຫ້ຜູ້ຟັງໄດ້ເວົ້າຫຼືສະແດງຄວາມຄິດເຫັນ ເຊິ່ງຜູ້ເວົ້າທີ່ກາຍເປັນຜູ້ຟັງກໍຄວນຈະຕັ້ງໃຈຮັບຟັງ ບໍ່ຄວນປິດກັ້ນ ບໍ່ຄວນເອົາຄວາມຄິດເຫັນຕົນເອງເປັນໃຫຍ່ ເຊິ່ງຈະເຮັດໃຫ້ບໍ່ສາມາດຈູງໃຈຜູ້ອື່່ນໄດ້.
5.ຕ້ອງເພີ່ມອາລົມຕະຫຼົກພ້ອມ:ທຸກການເວົ້ານັ້ນມີແຕ່ເນື້ອຫາພຽງຢ່າງດຽວກໍຈະເຮັດໃຫ້ການສົນທະນາຫຼືການສື່ສານນັ້ນໆໜ້າເບືອ ແລະ ບໍ່ໜ້າສົນໃຈແຕ່ຖ້າເພີ່ມຄວາມຕະຫຼົກຫຼືສະຖານະການຕົວຢ່າງຕະຫຼົກລົງໄປຈະເຮັດໃຫ້ຜູ້ຟັງໄດ້ຜ່ອນຄາຍແລະບໍ່ໜ້າເບື່ອ.