ເອີຣົບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນ2035

ເອີຣົບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນ2035

ຂປລ.ຕາມຂ່າວຈາກ cri ຂອງຈີນ,ວັນທີ 8 ມິຖຸນານີ້, ສະພາ ເອີຣົບ ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາຍັດຕິ ນິຕິບັນຍັດ ທີ່ຄະນະກຳມາທິການ ສະຫະພາບ ເອີຣົບ ສະເໜີ ໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ,

ບໍ່ເຫັນດີ 249 ສຽງ ແລະບໍ່ອອກສຽງ 24 ສຽງ ໂດຍໄດ້ຕົກລົງວ່າ: ຫ້າມບໍ່ໃຫ້ຈຳໜ່າຍລົດ ທີ່ໃຊ້ນ້ຳມັນເຊື້ອໄຟ ພາຍໃນ ສະຫະພາບ ເອີຣົບ ພາຍໃນປີ 2035 ເພື່ອຮັບປະກັນ ໃຫ້ສະຫະພາບ ເອີຮົບ ບັນລຸເປົ້າໝາຍ ການປອດ ການປ່ອຍ ອາຍພິດ ເຮືອນແກ້ວ ໃນປີ 2050.

ແຕ່ຍັດຕິ ສະບັບ ດັ່ງກ່າວ ຍັງຕ້ອງຜ່ານ ການອະນຸມັດ ທີ່ເປັນເອກະພາບກັນ ຈາກລັດຖະບານປະເທດ ສະມາຊິກ ສະຫະພາບ ເອີຣົບກ່ອນ./. (ພາກຂ່າວ: ຕ່າງປະເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page