ເປີດ 5 ອັນດັບປະເທດທີ່ອັນຕະລາຍທີ່ສຸດໃນໂລກ.

ເປີດ 5 ອັນດັບປະເທດທີ່ອັນຕະລາຍທີ່ສຸດໃນໂລກ.

ອັນດັບທີ່ 1 ປະເທດຣັດເຊຍ ຣັດເຊຍຈະເປັນ 1 ໃນປະເທດມະຫາອຳນາດ ແລະ ມີຂະຫນາດພື້ນທີ່ໃຫຍ່ທີ່ສຸດໃນໂລກ ແຕ່ຣັດເຊຍກໍຕິດອັນດັບປະເທດທີ່ມີຄວາມອັນຕະລາຍທີ່ສຸດໃນໂລກເຊັ່ນກັນ ເຖິງຈະມີມຸມມອງວ່າ ສາເຫດທີ່ເຮັດໃຫ້ຫລາຍໆຄົນເບິ່ງວ່າຣັດເຊຍມີຄວາມອັນຕະລາຍ ອາດຈະມາຈາກໂຄສະນາຊວນເຊື່ອຈາກສື່ຕາເວັນຕົກກໍຕາມ.

ອັນດັບທີ 2 ອາຟິຣກາກາງ ຖືເປັນປະເທດທີ່ຕົກຢູ່ໃນສະພາວະແຫ່ງຄວາມຮຸນແຮງ ແລະ ໄຟສົງຄາມເປັນເວລາຍາວນານຫລາຍ 10 ປີ ເຖິງແມ່ນວ່າຈະມີການລົງນາມໃນຂໍ້ຕົກລົງສັນຕິພາບເມື່ອປີ 2017 ແຕ່ສົງຄາມພາຍໃນປະເທດກໍຍັງຄົງດຳເນີນຢູ່ຈົນເຖິງປັດຈຸບັນ ຄວາມຮຸນແຮງດັ່ງກ່າວ ເຮັດໃຫ້ຜູ້ຄົນຫນີຕາຍອອກນອກປະເທດເປັນຈຳນວນຫລວງຫລາຍ.

ອັນດັບທີ 3 ລິເບຍ ປະເທດນີ້ປະສົບບັນຫາອາດຊະຍາກຳ ແລະ ເຫດການຄວາມບໍ່ສະຫງົບທີ່ຮຸນແຮງເປັນເວລາຫລາຍ 10 ປີ ນັບຕັ້ງແຕ່ຜະເດັດການ ມູອຳມາດ ກັກຄາຟີ ຖືກໂຄ່ນລົ້ມອຳນາດໃນປີ 2011

ອັນດັບທີ 4 ຄອງໂກ ພາຍໃນຄອງໂກໄດ້ເກີດການປະທ້ວງຈາກຜູ້ຄົນຢູ່ຫລາຍຄັ້ງນອກຈາກນີ້ອັດຕາການເກີດອາດຊະຍາກຳຂອງປະເທດນີ້ ຍັງຈັດໄດ້ວ່າຂ້ອນຂ້າງສູງ ຫນ່ວຍງານຕຳຫລວດທີ່ບໍ່ມີປະສິດທິພາບ ຈຶ່ງເຮັດໃຫ້ຶັດຕາການເກີດຄະດີຮ້າຍແຮງຕ່າງໆ ຍັງຄົງເພີ່ມສູງຂຶ້ນຈົນເຖິງປັດຈຸບັນ.

ອັນດັບທີ 5 ໂຊມາເລຍ ເປັນປະເທດທີ່ຂຶ້ນຊື່ວ່າ ເປັນປະເທດທີ່ມີຄວາມລົ້ມເຫລວຫລາຍທີ່ສຸດໃນໂລກ ຄວາມອົດຢາກ ໄພກໍ່ການຮ້າຍ ສົງຄາມພາຍໃນ ລ້ວນເປັນປັດໃຈສຳຄັນ ທີ່ເຮັດໃຫ້ໂຊມາເລຍຕົກຢູ່ໃນສະພາວະເຊັ່ນນນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page