ໄບເດັນ ກ່າວ ເງິນເຟີ້ຄື ” ໄພພິບັດ ” ຂອງສະຫະລັດ

ໄບເດັນ ກ່າວ ເງິນເຟີ້ຄື ” ໄພພິບັດ ” ຂອງສະຫະລັດ

ປະທານາທິບໍດີໂຈ ໄບເດັນ ເຜີຍວ່າພາວະເງີນເຟີ້ຄື “ ໄພພິບັດ ” ຂອງສະຫະລັດ ວ່າລາຄາອາຫານ ແລະ ນໍ້າມັນເຊື້ອໄຟທີ່ສູງອາດຊົດເຊີຍດ້ວຍການອອກກົດໝາຍຫຼຸດຄ່າໃຊ້ຈ່າຍຂອງຢາທີ່ສັ່ງໂດຍແພດ ແລະ ຄ່າໃຊ້ຈ່າຍໃນການດູແລບຸດ “ ເງີນເຟີ້ຄື ໄພພິບັດໃນການດໍາລົງຊີວິດຢູ່ ເງີນເຟີ້ສ່ວນໃຫຍ່ຢູ່ໃນອາຫານ ແລະ ນໍ້າມັນທີ່ໜ້າປໍ້າ ” ໄບເດັນ ເຜີຍ

ລາຄາສິນຄ້າທີ່ສູງຂື້ນກາຍເປັນບັນຫາທາງການເມືອງທີ່ສໍາຄັນທີ່ສຸດ ສໍາລັບໄບເດັນ ຄວາມບໍ່ພໍໃຈຂອງຄົນອາເມຣິກາຕໍ່ລາຄານ້ຳມັນເຊື້ອໄຟ ສູງເປັນປະຕິການແລະສິນຄ້າຕ່າງໆ ທີ່ພາກັນຂື້ນລາຄາໃນຊ່ວງກ່ອນ

ການເລືອກຕັ້ງກາງພາກອາດສ້າງແຜໃຫ້ກັບພັກເດໂມແຄຣັດ ກ່ອນໜ້ານີ້ ເຈເນັດ ເຍເລນ ລັດຖະມົນຕີກະຊວງການຄັງສະຫະລັດເຜີຍວ່າ ພາວະເງີນເຟີ້ຈະຍັງຄົງສູງຕໍ່ໄປ.

ໄບເດັນ ຢໍ້າຄໍາເວົ້່າຂອງເຍເລນໂດຍບອກວ່າ ເຖິງເງີນເຟີ້ຈະສູງຂື້ນ ແຕ່ເສດຖະກິດສະຫະລັດມີຄວາມຍືດຫຍຸ່ນເມື່ອທຽບກັບປະເທດອື່ນໆ “ ເສດຖະກິດຂອງເຮົາແຂ່ງແກ່ງທີ່ສຸດໄບເດັນບໍ່ໄດ້ເວົ້າເຖິງມາດຕາການເລັ່ງດ່ວນເພື່ອບັນເທົາລາຄາສິນຄ້າທີ່ສູງຂື້ນແຕ່ສົ່ງສັນຍານວ່າສະພາຄອງເກດຄວນຊົດເຊີຍດ້ວຍການຫຼຸດຄ່າໃຊ້ຈ່າຍລາຍເດືອນສໍາລັບຄົວເຮືອນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page