ເຊເລນສະກີເຕືອນ! ຜູ້ຄົນເປັນລ້ານອາດຕາຍເພາະຣັດເຊຍຂວາງທ່າເຮືອສົ່ງອອກອາຫານ.
ປະທານາທິບໍດີ ຢູເຄຼນ ເຊເລສະກີ ເຕືອນວ່າຜູ້ຄົນຫຼາຍລ້ານອາດຍາກຂາດແຄນ ເນື່ອງຈາກການປິດລ້ອມທ່າເຮືອທະເລດໍາຂອງຢູເຄຼນຂອງສະຫະລັດ ເຊິ່ງເຂົາກ່າວວ່າຈະເຮັດໃຫ້ໂລກປະເຊີນກັບ “ ວິກິດການອາຫານອັນໂຫດຮ້າຍ “ ຣັດເຊຍຍືດພື້ນທີ່ສ່ວນໃຫຍ່ຂອງຊາຍຝັ່ງຢູເຄຼນ ສະກັດກັ້ນການສົ່ງອອກສິນຄ້າກະເສດແລະເຮັດໃຫ້ຕົ້ນທືນທັນຍາພືດພຸ່ງສູງຂື້ນ.
ເຊເລນສະກີກ່າວວ່າ ຂະນະນີ້ີ້ຢູເຄຼນບໍ່ສາມາດສົ່ງອອກເຂົ້າສາລີ,ເຂົ້າໂພດ,ນໍ້າມັນພືດ ແລະ ຜະລິກຕະພັນອື່ນໆ ຈໍານວນຫຼາຍທີ່ມີບົດບາດໃນການ “ ສ້າງສະຖຽນລະພາບໃນຕະຫຼາດໂລກ ” ໄດ້ “ຜູ້ຄົນຫຼາຍລ້ານຄົນອາດອົດຍາກຣັດເຊຍຍັງຄົງປິດລ້ອມທະເລດໍາ”
ຢູເຄຼນແລະຕາເວັນຕົກກ່າວຫາລັດຖະບານມອສໂກວ່າໃຊ້ສະບຽງອາຫານເປັນອາວຸດ ຣັດເຊຍກ່າວວ່າທຸ່ນລະເບິດຂອງຢູເຄຼນທີ່ວາງຖິ້ມໄວ້ໃນທະເລແລະການຂວ້ຳບາດຈາກນານາຊາດຕໍ່ມອສໂກເປັນຝ່າຍທີ່ຈະຕ້ອງຮັບຜິດຊອບໃນເລື່ອງນີ້ຫຼາຍກວ່າ.
ຢູເຄຼນເຄີຍສົ່ງອອກສິນຄ້າສ່ວນໃຫຍ່ທາງທ່າເຮືອ ແຕ່ເນື່ອງຈາກການຮຸກຮານຂອງຣັດເຊຍ ຖູຶກບັງຄັບໃຫ້ຂົນສົ່ງທັນຍາພືດໂດຍລົດໄຟຜ່ານຊາຍແດນຕາເວັນຕົກຂອງຢູເຄຼນຫຼືຜ່ານທ່າເຮືອແມ່ນ້ຳດານູບທີ່ມີເສັ້ນທາງນໍ້ານ້ອຍໆ.