ປູຕິນຍອມຮັບທໍາສົງຄາມຢູເຄຼນເພາະຕ້ອງການເອົາດິນແດນຄືນ.
ປະທານາທິບໍດີ ວະລາດມີ ປູຕິນ ຂອງຣັດເຊຍອ້າງວ່າເປັນຄວາມຮັບຜິດຊອບຂອງຕົວເອງໃນການຍືດຄືນແລະເສີມກໍາລັງຢູເຄຼນ ໃນຂະນະທີ່ເຂົາເບີ່ງຄືຈະຍອມຮັບໃນທີ່ສຸດວ່າການທໍາສົງຄາມໃນຢູເຄຼນຄືການຄືນດິນແດນໃຫ້ຣັດເຊຍ
ຜູ້ນໍາຣັດເຊຍເຂົ້າຮ່ວມການປະຊຸມກັບບັນດາເຈົ້າຂອງກິດຈະການລຸ່ນໃໝ່ກ່ອນທີ່ຈະເປີດສາກການປະຊຸມສະພາເສດຖະກິດໂລກນານາຊາດເຊນປີເຕີເບິກໃນກຣຸງມອສໂກ ແລະ ໄດ້ເວົ້າປຽບທຽບຄວາມພະຍາຍາມໃນການຊະນະສົງຄາມຢູເຄຼນຂອງຕົວເອງກັບການທໍາສົງຄາມກັບສະວີເດັນຂອງປີເຕີ ກະສັດທີ່ຍິ່ງໃຫຍ່ຂອງຣັດເຊຍ
ປູຕິນກ່າວວ່າ “ປີເຕີຜູ້ທໍາສົງຄາມເໜືອ ເປັນເວລາ 21ປີ ເບີ່ງຄືກັບວ່າເຂົາຕໍ່ສູ້ກັບສະວີເດັນຍືດດິນແດນ…ເຂົາບໍ່ໄດ້ຍືດ ເຂົາເອົາມັນກັບຄືນມາ ປູຕິນຍັງເວົ້າໃນທໍານອງວ່າ ເຂົາເຊື່ອວ່າແຜ່ນດິນຢູເຄຼນຈະຖຶກປະກາດວ່າເປັນຂອງຣັດເຊຍໄວໆນີ້ ແລະ ໃນທ້າຍທີ່ສຸດຈະໄດ້ຮັບການຍອມຮັບວ່າເປັນແບບນີ້ ໂດຍປຽບກັບໄຊຊະນະຂອງປີເຕີມະຫາລາດ
ນອກຈາກນີ້ ຜູ້ນໍາຣັດເຊຍຍັງກ່າວໂທດຢູເຄຼນກ່ຽວກັບສົງຄາມວ່າ “ ທຸກສິ່ງກໍາລັງເກີດຂື້ນ ໃນຢູເຄຼນຄືຝັນຮ້າຍແລະໜ້າຢ້ານກົວ ແລະ ເຮົາບໍ່ຄວນໂທດສະເພາະຢູເຄຼນເທົ່ານັ້ນແຕ່ຄວນໂທດພົນລະເມືອງທັງໝົດແລະໂທດສະຫະລັດ”