ທະນາຄານໂລກອະນຸມັດເງິນຊ່ວຍເຫຼືອຢູເຄຣນ 1.49 ພັນລ້ານດອນລາ

ທະນາຄານໂລກອະນຸມັດເງິນຊ່ວຍເຫຼືອຢູເຄຣນ 1.49 ພັນລ້ານດອນລາ

ສຳນັກຂ່າວຣອຍເຕີ່ລາຍງານວ່າ ເມື່ອວັງອັງຄານ(7 ມິຖຸນາ) ຄະນະກຳມະການທະນາຄານໂລກ (ເວີດແບັງ) ໄດ້ອະນຸມັດເງິນຊ່ວຍເຫຼືອຢູເຄຣນເພີ່ມອີກ 1.49 ພັນລ້ານດອນລາ ເພື່ອຊ່ວຍຈ່າເງິນເດືອນລັດຖະບານ ແລະ ນັກສົງເຄາະ ໂດຍຂະຫຍາຍວົງເງິນຊ່ວຍເຫຼືອຢູເຄຣນເພີ່ມເປັນ 4 ພັນລ້ານດອນລາແລ້ວ.

ທະນາຄານໂລກລະບຸໃນຖະແຫຼງການວ່າ ເງິນທຶນລ່າສຸດນີ້ໄດ້ຮັບການສະຫນັບສະຫນຸນໂດຍຄໍ້າປະກັນທາງການເງິນຈາກອັງກິດເນເທີ່ແລນ ລິທົວເນຍ ແລະ ລັດເວຍ ແລະຍັງໄດ້ຮັບການສະຫນັບສະຫນຸນທາງການເງິນຈາກອີຕາລີ່ ແລະ ເງິນບໍລິຈາກMulti-Donor Trust Fund ເຊິ່ງເປັນກອງທຶນໃໝ່

ຢູເຄນລະບຸວ່າ ຕ້ອງການເງິນຢ່າງນ້ອຍ ຄ ພັນລ້ານດອນລ່າຕໍ່ເດືອນໃນໄລຍະນີ້ ເພື່ອໃຫ້ລັດຖະບານຍັງສາມາດດຳເນີນງານຕໍ່ໄປໄດ້ຫຼັງຖືກຣັດເຊຍຮຸກຮານໃນເດືອນ ກຸມພາ ແລະ ການສູ້ຮົບໄດ້ເຮັດໃຫ້ເສດຖະກິດສ່ວນໃຫຍ່ຂອງຢູເຄຣນຕ້ອງຢຸດລົງ

ທະນາຄານໂລກເຮັດວຽກຮ່ວມກັບຜູ້ບໍລິຈາກຫຼາຍປະເທດເພື່ອໂຄງການທາງການເງິນຕ່າງໆ ໃນການສະຫນັບ ສະໜຸນດ້ານສຸຂະພາບ ການສຶກສາ ບໍລິການສັງຄົມ ໄຟຟ້າ ນໍ້າ ແລະ ຖະໜົນຫົນທາງ

ອາຣັບ ບາເນີຈີ ຜູ້ອຳນວຍການທະນາຄານໂລກປະຈຳຢຸໂຣບຕາເວັນອອກລະບຸວ່າ ບໍລິການຫຼັກໆ “ມີຄວາມສຳຄັນເພື່ອປ້ອງກັນບໍ່ໃຫ້ສະພາບຄວາມເປັນຢູ່ ແລະ ຄວາມຍາກຈົນຮ້າຍແຮງກງ່າເດີມ” ນອກເໜືອໄປຈາກການທີ່ຕ້ອງທຸກທໍລະມານເພາະສົງຄາມ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page