5 ອັນຕະລາຍຈາກ “ໃບກະທ່ອມ” ທີຄວນຮູ້ກ່ອນກິນ.
ແພດເຕືອນ “ ກະທ່ອມ” ກິນໃຫ້ດີມີປະໂຫຍດທາງຢາ ກິນເກີນຂະໜາດລະວັງຜົນເສຍຕໍ່ຮ່າງກາຍ ແລະ ສຸຂະພາບ. ເຊິ່ງກະທ່ອມເປັນສະມຸນໄພທ້ອງຖິ່ນທີ່ທີ່ໃຊ້ກັນມາແຕ່ດົນນານ ໂດຍໃຊ້ໃບສົດຫຼືໃບແຫ້ງນໍ້າມາຫຍ້ຳ,ສູບ
ຫຼື ຊົງເປັນນ້ຳຊາ ເພື່ອໃຫ້ມີແຮງເຮັດວຽກໄດ້ດົນຂື້ນ ຮູ້ສຶກເປັ່ງປັ່ງບໍ່ຢາກອາຫານ,ທົນແດດຫຼາຍຂື້ນ ແຕ່ເກີດອາການໜາວສັ່ນເວລາຄື້ມຟ້າຄື້ມຝົນ. ມື້ນິແອດຈະມາບອກຜົນເສຍຈາກໃບກະທ່ອມທີ່ທຸກຄົນຄວນຮູ້.
1.ໃນຄົນທີ່ຮັບປະທານໃບກະທ່ອມຄັ້ງທໍາອິດ ອາດຈະມີອາການມືນງົງ,ຄໍແຫ້ງ,ປຸ້ນທອງ ແລະ ອາຈຽນ.
2.ຖ້າຫາກໃຊ້ໃນປະລິມານຫຼາຍອາດຈະເຮັດໃຫ້ເກີດອາການເມົາ,ເກີດຄວາມຜິດປົກກະຕິຂອງກ້າມເນື້ອການຊົງຕົວລະບົບປະສາດຮັບສໍາຜັດຕອຍສະໜອງຕໍ່ສີ່ງຕ່າງໆຫຼຸດລົງ ເພີ່ມຄວາມສ່ຽງໃນການເກີດໂລກຫົວໃຈ.
3.ຄົນທີ່ຮັບປະທານຈໍານວນຫຼາຍຫຼືເປັນເວລາດົນມັກຈະເຮັດໃຫ້ເກີດການປ່ຽນແປງຂອງເມັດສີຂື້ນທີ່ບໍລິເວນຜິວໜັງເຮັດໃຫ້ມີຜິວສີຄ້ຳແລະເຂັ້ມຂື້ນ.
4.ການຮັບປະທານໃບກະທ່ອມບໍ່ຄວນຮັບປະທານເກີນມື້ລະ 5ໃບ ໂດຍຮູດກ້ານໃບອອກແລ້ວຫຍໍ້າຄືການຫຍໍ້າໝາກ
5.ບໍ່ຄວນກືນໃບເພາະໃບເປັນເສັ້ນທີ່ຍ່ອຍຍາກເມື່ອຮັບປະທານຕະຫຼອດອາດເຮັດໃຫ້ເກີດກ້ອນແຂງຢູ່ໃນທ້ອງແລະເຮັດໃຫ້ປວດທ້ອງໄດ້.