ສະຫະລັດຍອມຮັບຣັດເຊຍຂາຍພະລັງງານໄດ້ຫຼາຍຂື້ນ ເຖິງວ່າຈະຖຶກຂວ້ຳບາດ

ສະຫະລັດຍອມຮັບຣັດເຊຍຂາຍພະລັງງານໄດ້ຫຼາຍຂື້ນ ເຖິງວ່າຈະຖຶກຂວ້ຳບາດ

ອາມອສ ໂຮໄຕ ທູດພິເສດດ້ານຄວາມໝັ່ນຄົງທາງພະລັງງານຂອງປະເທດສະຫະລັດກ່າວວ່າ ຍອມຮັບໃນຂະນະນີ້ຣັດເຊຍອາດໄດ້ກໍາໄລຈາກການຂາຍນໍ້າມັນດິບ ແລະ ກ໊າສຫຼາຍກວ່າຊ່ວງກ່ອນເກີດສົງຄາມໃນຢູເຄຼນ ຂະນະທີ່ລາຄາພະລັງງານໃນຕະຫຼາດໂລກພຸ່ງສູງຂື້ນອັນເປັນຜົນກະທົບມາຈາກການທີ່ຕາເວັນຕົກແບນການນໍາເຂົ້າຈາກຣັດເຊຍ

ໂຮໄຕກ່າວວ່າເຂົາປະຕິເສດບໍ່ໄດ້ວ່າຣັດເຊຍທໍາເງີນໄດ້ຫຼາຍກວ່າຊວງກ່ອນສົງຄາມ ຂະນະທີ່ສະຫະລັດ ແລະ ສະພາຢູໂຣບເຫັນດີທີ່ຈະຫ້າມການນໍາເຂົ້າພະລັງງານຂອງຣັດເຊຍແລະກໍານົດມາດຕະການຂວ້ຳບາດທີ່ທະວີຄູນຄວາມຮຸນແຮງຂື້ນເພື່ອຕອບໂຕ້ປະຕິບັດການທາງທະຫານຂອງຣັດເຊຍໃນຢູເຄຼນ

ໃນຂະນະທີ່ການເຄື່ອນໄຫວເຫຼົ່ານັ້ນກະຕຸ້ນໃຫ້ລາຄານໍ້າມັນແລະກ໊າສໃນຕະຫຼາດໂລກພຸ່ງສູງຂື້ນເປັນປະຕິການ ສ່ວນຣັດເຊຍຂາຍໃຫ້ແກ່ປະເທດອື່ນໆໃນລາຄາຖຶກ ລວມເຖິງຜູ້ບໍລິໂພກພະລັງງານລາຍໃຫຍ່ໃນຈີນ ແລະ ອິນເດຍ
ໂຮໄຕກ່າວວ່າເຖິງແມ່ນຣັດເຊຍຈະຂາຍພະລັງງານລາຄາຖຶກໃຫ້ແກ່ຈີນແລະອິນເດຍ ແຕ່ກໍຍັງມີແນວໂນ້ມວ່າລາຍຮັບຂອງຣັດເຊຍຈະສູງຂື້ນ

ໃນຂະນະນີ້ພ້ອມເສີມວ່າເຂົາໄດ້ເຈລະຈາກັບອິນເດຍບໍ່ໃຫ້ຊື້ນໍ້າມັນຣັດເຊຍຫຼາຍເກີນໄປແລະ ຮຽກຮ້ອງໃຫ້ອິນເດຍບໍ່ສະແຫວງຫາຜົນປະໂຫຍດຈາການທີ່ຣັດເຊຍຫຼຸດລາຄານໍ້າມັນ.

ຈາກການລາຍງານວ່າການຂົນສົ່ງນໍ້າມັນດິບໄດ້ໄຫຼເຂົ້າສູ່ອາຊີຫຼາຍຂື້ນໃນຂະນະທີ່ຕາເວັນຕົກຫຼີກລ່ຽງການນໍາເຂົ້າຈາກຣັດເຊຍເພື່ອເປັນການຕອບໂຕ້ການຮຸກຮານຢູເຄຼນ ລວມເຖິງອິນເດຍເຊິ່ງນໍາເຂົ້ານໍ້າມັນຈາກຣັດເຊຍເພີ່ມຂື້ນຫຼັງຈາກທີ່ຢູໂຣບປົດການເພີ່ງພາພະລັງງານຈາກຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page