ລາວວາງແຜນຜະລິແເຊື້ອໄຟຊີວະພາບເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ
ລາວວາງແຜນຈະຜະລິດເຊື້ອໄຟຊີວະພາບ ເພື່ອຫຼຸດຜ່ອນການອາໄສການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ
ຕາມໜັງສືພິມວຽງຈັນທາມສ໌ລາຍງານວ່າ: ເພື່ອຫຼຸດຜ່ອນການອາໄສນ້ຳມັນເຊື້ອໄຟທີ່ນຳເຂົ້າຈາກຕ່າງປະເທດ,
ລັດຖະບານລາວໄດ້ວາງແຜນຈະຜະລິດເຊື້ອໄຟຊີວະພາບ, ເພື່ອເພີ່ມທະວີການສະໜອງເຊື້ອໄຟ, ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ແລະຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດພາຍໃນປະເທດຕົນ.
ປະລິມານຄວາມຕ້ອງການນ້ຳມັນເຊື້ອໄຟພາຍໃນປະເທດລາວແມ່ນ 120 ລ້ານລີດຕໍ່ເດືອນ. ແຕ່ປັດຈຸບັນ, ບໍລິສັດນ້ຳເຂົ້າສາມາດສະໜອງໄດ້ພຽງແຕ່ບໍ່ຮອດເຄິ່ງໜຶ່ງຂອງນ້ຳມັນເຊື້ອໄຟທີ່ຕ້ອງການເທົ່ານັ້ນ ເຊິ່ງເຮັດໃຫ້ລາວປະເຊີນໜ້າກັບບັນຫາຂາດແຄນນ້ຳມັນເຊື້ອໄຟຢ່າງໜັກໜ່ວງ.
ສະນັ້ນ, ໂຄງການຜະລິດເຊື້ອໄຟຊີວະພາບຈຶ່ງມີຄວາມໝາຍສຳຄັນທີ່ສຸດ ເພາະວ່າຈະສາມາດຊ່ວຍໃຫ້ປະເທດລາວຫຼຸດຜ່ອນການອາໄສການນຳເຂົ້າເຊື້ອໄຟຟອດຊິວເທື່ອລະກ້າວ.
ທີ່ມາ: CRI