ສົມດີກີນາງແບບ “ ແພນເຄັກ ” ຈັດເຕັມຊຸດເຈົ້າສາວ 7ຊຸດສຸດປັງ!

ສົມດີກີນາງແບບ “ ແພນເຄັກ ” ຈັດເຕັມຊຸດເຈົ້າສາວ 7ຊຸດສຸດປັງ!

ເມືອງໄທ ສໍາລັບເຈົ້າສາວປ້າຍແດງ “ ແພນເຄັກ ເຂມະນິດ ຈາມິກອນ” ທີ່ເຂົ້າພິທີວິວາກັບເຈົ້າບ່າວ “ ຮອງຜູ້ກໍາກັບ ໝີ ” ຫວານຊື່ນໃນວັນທີື 10ມິຖຸນາ 2022 ທ່າມກາງຄວາມຍິນດີຂອງຄອບຄົວແລະໝູ່ເພື່ອນສະໜິດ ເຊິ່ງງານນີ້ເຈົ້ົ້າສາວຈັດເຕັມ ໄດ້ຊຸດແຕ່ງງານຈາກດີໄຊເນີໄທທັງໝົດ ອອກແບບໃຫ້ລວມ 7ຊຸດ ຂະນະທີ່ເຈົ້າບ່າວອອກປາກອາລົມດີວ່າຕົນບໍ່ແມ່ນສາຍແຟ.

ເລີ່ມດ້ວຍຊຸດທໍາອິດຈາກແບຣນ Kanapot ມີກິມມິກດ້ວຍຊຸດປັກດອກໄມ້ຫຼາກສີສັນ ແລະ ແບຣນ Narong ເຊິ່ງທັງຄູ່ເປັນຊຸດຕ້ອນຮັບແຂກ ແລະ ຖ່າຍຮູບບໍລິເວນໂຟໂຕ້ແບັກຣ໊ອບ ຕໍ່ດ້ວຍຊຸດພິທີການຈາກແບຣນ Tube Gallery ຜ້າໄໝຈາກປັກທົງໄຊອະລັງການງານສ້າງ

ທີ່ໃຊ້ເວລາປັກ 752ຊົ່ວໂມງ ໃຊ້ຈໍານວນຄົນປັກເຖິງ 10ຄົນ ແລະ ໃຊ້ລະຍະເວລາການຕັດຫຍິບເກືອບ 1ເດືອນ
ຫຼັງຈາກນັ້ນຈັດເຕັມກັບຊຸດວິວາອີກ 3ຊຸດ ເພື່ອຖ່າຍຮູບກັບແຂກຜູ້ມີກຽບເທິງເວທີ ຈາກແບຣນ Janesuda,tutti and me ແລະ Finale Wedding Studio

ເຊິ່ງທຸກຊຸດໃຊ້ສ່ວນປະສົມຂອງຜ້າໄທ ແລະ ຜ້າໄໝຕາມທີ່ສາວແພນເຄັກມັກ ໂດຍສະເພາະຊຸດ Finale Wedding Studio ຂອງປາ ສຸດຈິດ ທີ່ຫາກໍປັກແລ້ວດ້ວຍມືສົດໆ ຮ້ອນໆ ໃນຕອນເຊົ້າ ໂດຍລະດົມຄົນປັກ 10ຄົນ

ຫຼັງຈາກນັ້ນເປີດຕົວດ້ວຍຊຸດທີ 7 ໃນຊ່ວງຖະແຫຼງຂ່າວກັບສື່ມວນຊວນ ດ້ວຍຊຸດຣາຕຣີຈາກ ແບຣນເທຍເຕີ.

….

….

Leave a Reply

Your email address will not be published. Required fields are marked *

You cannot copy content of this page