ເຊເວໂຣໂດເນດສະຖານະການພິກຜັນ ຣັດເຊຍໄດ້ປຽບໂຖມກຳລັງຢ່າເຕັມຮູບແບບ

ເຊເວໂຣໂດເນດປ່ຽນມື ຣັດເຊຍໄດ້ປຽບ

ການສູ້ຮົບຊີ້ຊາຕາເມືອງເຊເວໂຣໂດເນດ ເມືອງທີ່ໝັັ້ນສໍາຄັນຂອງຢູເຄຼນ ໃນແຊວງລູຮານພິກຜັນຢ່າງໄວ ຫຼັງຈາກທີ່ມີລາຍງານວ່າກອງທັບຢູເຄຼນປະຕິບັດການຕີໂຕ້ກະທັນຫັນ ຈົນຍືດເມືອງຄືນມາໄດ້ 80% ນັ້ນກາຍເປັນວ່າ

ທ່ານ ເຊີເກ ໄຮດາຍ ຜູ້ວ່າການຈັງວັດລູຮານ ໄດ້ອອກມາຍອມຮັບວ່າສະຖານະການກໍາລັງໂຫດຮ້າຍລົງ ເນື່ອງຈາກກອງທັບຣັດເຊຍໄດ້ໂຖມກໍາລັງຢ່າງເຕັມຮູບແບບ.
ຂະນະທີ່ນັກວິເຄາະສະຫະລັດ ລະບຸວ່າອາດຕ້ອງມີການປັບປ່ຽນການປະເມີນສະຖານະການໃນເມືອງເຊເວໂຣໂດເນດໃໝ່ ເນື່ອງຈາກຂະນະດຽວກັນມີການລາຍງານວ່າ ກອງທັບຣັດເຊຍໄດ້ບຸກເຂົ້າໄປໃນພື້ນທີ່ໂຮງງານອຸດສາຫະກໍາອາຊອດ ທາງ

ຕາເວັນຕົກຂອງຕົວເມືອງ ເຊິ່ງກ່ອນໜ້ານີ້ຢູເຄຼນອ້າງວ່າໄດ້ຂັບໄລ່ຣັດເຊຍອອກຈາກພື້ນທີ່ດັ່ງກ່າວໄປແລ້ວ ສ່ວນທ່ານຢູຣິ ບູຕູຊອບ ນັກຂ່າວຢູເຄຼນໃນພື້ນທີ່ ກໍລະບຸວ່າປະຕິບັດການຕີໂຕ້ບໍ່ໄດ້ປະສົບຄວາມສໍາເລັດຂະໜາດນັ້ນ ພ້ອມສະລຸບສະຖານະການເບື້ອງຕົ້ນວ່າ ມີຄວາມເປັນໄປໄດ້ທີ່ການຍືດຄອງພື້ນທີ່ມີການປ່ຽນມືຢ່າງໄວ ຈົນບໍ່ສາມາດຫາຄວາມຊັດເຈນໄດ້

ດ້ານທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີຢູເຄຼນກ່າວວ່າ ໜ່ວຍຮົບຢູເຄຼນກໍາລັງຕໍ່ສູ້ຢ່າງໜັກຕາມຖະໜົນທາງໃນເມືອງເຊເວໂຣໂດເນດ ຍອມຮັບວ່າຣັດເຊຍມີຄວາມໄດ້ປຽບຫຼາຍກວ່າ ພ້ອມເຊື່ອວ່າອີກບໍ່ດົນຣັດເຊຍກໍຈະບຸກໂຈມຕີເຂົ້າສູ່ພາກກາງເພື່ອຍືດແຂວງຊາໂປຣິເຊຍທີ່ຢູ່ທາງຕາເວັນຕົກຂອງແຂວງໂດເນດແລະທາງເໜືອຂອງແຂວງເຄຍຊອນກອງທັບຮດເຊຍຍັງມີຈໍານວນມະຫາສານ ແຕ່ສະຖານະການຕອນນີ້ເຮົາຍັງມີໂອກາດຕໍ່ສູ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page