ຈີນ ບໍ່ລັງເລທີ່ຈະ “ເລີ່ມສົງຄາມ” ຖ້າໄຕ້ຫວັນປະກາດອິດສະລະພາບ

ຈີນ ບໍ່ລັງເລທີ່ຈະ “ເລີ່ມສົງຄາມ” ຖ້າໄຕ້ຫວັນປະກາດອິດສະລະພາບ

ເວີຍເຟິ່ງເຫີ ຣັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນເຕືອນ ລອຍອອັດຕິນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດວ່າຈີນຈະ “ ບໍ່ລັງເລທີ່ຈະເລີ່ມສົງຄາມ ” ຫາກໄຕ້ຫວັນປະກາດອິດສະລະພາບ ຄໍາເຕືອນນີ້ມີຂື້ນລະຫວ່າງທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງທັງສອງປະເທດຫາລືນອກຮອບລະຫວ່າງການປະຊຸມດ້ານຄວາມໝັ່ນຄົງ ທີ່ປະເທດສິງກະໂປຣ

ເວີຍເຕືອນອອັດຕິນວ່າ “ ຫາກໃຜກ້າແຍກໃຕ້ຫວັນອອກຈາກຈີນ ກອງທັບຈີນກໍບໍ່ລັງເລທີ່ຈະເລີ່ມທໍາສົງຄາມບໍ່ວ່າຈະຕ້ອງແລກດ້ວຍອັນໃດກໍຕາມ” ແລະ ຍັງປະກາດວ່າຈີນຈະ “ທໍາລາຍແຜນການແຍກຕົວເປັນເອກະລາດຂອງໄຕ້ຫວັນແຫຼກລະອຽດ ແລະ ຈະຢືນຢັນໃນການລວມປະຊາຊາດໃຫ້ເປັນອັນໜື່ງອັນດຽວກັນ”

ເວີ່ຍຍັງຢໍ້າວ່າ “ ໄຕ້ຫວັນຄືໄຕ້ຫວັນຂອງຈີນ…ການໃຊ້ໄຕ້ຫວັນເພື່ອຄວບຄຸມຈີນຈະບໍ່ມີມື້ຊະນະ”

ຂະນະທີ່ກະຊວງປ້ອງກັນປະເທດສະຫະລັດລະບຸວ່າ ອອັດຕິນ “ ຕອກຢໍ້າເຖິງຄວາມສໍາຄັນຂອງສັນຕິພາບ ແລະ ຄວາມໝັ່ນຄົງໃນຊ່ອງແຄບ ( ໄຕ້ຫວັນ ) ຄັດຄ້ານການປ່ຽນແປງສະຖານະໂດຍຝ່າຍດຽວ ແລະ ຮຽກຮ້ອງໃຫ້ຈີນຍົກເວັ້ນການກະທໍາທີ່ສັ່ນຄອນຕໍ່ໄຕ້ຫວັນເພີມເຕີມ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page