ຢູເຄຼນໃຊ້ອາວຸດຍຸກໂຊຫວຽດຈົນໝົດ ຈາກນີ້ຕ້ອງເພີ່ງຕາເວັນຕົກຢ່າງດຽວ.
ຈາກແຫຼ່ງຂ່າວກະຊວງປ້ອງກັນປະເທດສະຫະລັດວ່າ ຢູເຄຼນໃຊ້ອາວຸດໃນຍຸກໂຊຫວຽດ ແລະ ທີ່ອອກແບບໂດຍຣັດເຊຍຈົນໝົດຄັງແສງແລ້ວ ຈາກນີ້ຕ້ອງເພີ່ງພາອາວຸດຈາກພັນທະມິດຕາເວັນຕົກພຽງຢ່າງດຽວໃນການທໍາສົງຄາມກັບຣັດເຊຍ
ດ້ວຍຄວາມທີ່ເປັນສ່ວນໜື່ງໃນສະຫະພາບໂຊຫວຽດມາກ່ອນ ອາວຸດຢຸດໂທປະກອນຂອງກອງທັບຢູເຄຼນຈື່ງຖຶກຜະລິດຂື້ນຕາມມາດຕະຖານຂອງໂຊຫວຽດ ແລະ ຣັດເຊຍເປັນຫຼັກ ອາທິ ອາວຸດຂະໜາດນ້ອຍ,ລົດຖັງ ປືນໃຫຍ່ ແລະ ອາວຸດອື່ນໆ ເຊິ່ງບໍ່ສາມາດທຽບຄຽງກັບອາວຸດຂອງເພື່ອນບ້ານດ້ານຕາເວັນຕົກ
ແຫຼ່ງຂ່າວສະຫະລັດເຜີຍວ່າ ສົງຄາມກັບຣັດເຊຍທີ່ຍືດເຍືອຫຼາຍກວ່າ 3 ເດືືອນສົ່ງຜົນໃຫ້ອາວຸດເຫຼົ່ານັ້ນ ຖຶກນໍາມາໃຊ້ຫຼືຖືກທໍາລາຍໃນສະໜາມຮົບຈົນບໍ່ເຫຼືອແລ້ວ ແລະ ຂະນະນີ້ກອງທັບຢູເຄຼນກໍາລັງໃຊ້ຫຼືກໍາລັງຮຽນຮູ້ວິທີໃຊ້ອາວຸດທີ່ຖຶກສົ່ງມາຈາກຕາເວັນຕົກແລະພັນທະມິດນາໂຕໃນຢູໂຣບຕອນສົງຄາມປະທະໃໝ່ໆ
ປະເທດຕາເວັນຕົກລະມັດລະວັງໃນການຈັດຫາອາວຸດຍຸດໂທປະກອນຫຼາກຫຼາຍໃຫ້ກັບຢູເຄຼນ ໂດຍກັງວົນການເຮັດແບບນັ້ນສ່ຽງທີ່ຈະເຮັດໃຫ້ເກີດຄວາມຂັດແຍ້ງລະຫວ່າງນາໂຕກັບຣັດເຊຍ ແລະ ຍັງເກງວ່າເທັກໂນໂລຢີອາວຸດທີ່ລໍ້າສະໄໝຂອງຕົວເອງຈະຕົກໄປຢູ່ໃນມືຣັດເຊຍ
ດັ່ງນັ້ນບັນດາພັນທະມິດຂອງຢູເຄຼນຈື່ງສົ່ງອາວຸດມາດຕະຖານຣັດເຊຍໃນຄັງແສງຂອງຕົວເອງລວມທັງລົດຖັງ ແລະ ເຮລິຄັອບເຕີ ໄປສະໜັບສະໜູນກອງກໍາລັງຢູເຄຼນແທນສະຫະລັດຍັງເປັນແກນນໍາໃນການສະແຫວງຫາອາວຸດຍຸດໂທປະກອນ,ຊີນສ່ວນ ແລະ ສີ່ງຂອງອື່ນໆ ຕາມທີ່ຢູເຄູນຕ້ອງການຈາກບັນດາປະເທດອະດີດສະມາຊິກສະຫະພາບໂຊຫວຽດເຊິ່ງວ່າຂະນະນີ້ອາວຸດເຫຼົ່ານັ້ນໝົດໄປແລ້ວ.