ຢູເຄຼນໂວຍ! ຣັດເຊຍລັກທັນຍາພືດ 6ແສນໂຕ່ນ ແຖມສົ່ງອອກຕ່າງປະເທດ

ຢູເຄຼນໂວຍ! ຣັດເຊຍລັກທັນຍາພືດ 6ແສນໂຕ່ນ ແຖມສົ່ງອອກຕ່າງປະເທດ

ຢູເຄຼນກ່າວຫາລັດເຊຍລັກທັນຍາພືດແລ້ວສົ່ງອອກໄປຕ່າງປະເທດ ຂະນະທີ່ຣັດເຊຍຢືນຢັນບໍ່ໄດ້ລັກ ແລະ ບໍ່ໄດ້ຂັດຂວາງການສົ່ງອອກ ທ່ານ ເຍບຈີນີ ບາລິດສະກີ ຜູ້ທີ່ຣັດເຊຍແຕ່ງຕັ້ງໃຫ້ເປັນຜູ້ບໍຫານແຄວ້ນຊາໂປຣິດເຊຍ ທາງໃຕ້ຂອງຢູເຄຼນຫຼັງຈາກບຸກຍືດຄອງສໍາເລັດ

ອອກມາອ້າງວ່າ ທັນຍາພືດຈາກຢູເຄຼນກໍາລັງຖຶກສົ່ງອອກໄປຕ່າງປະເທດ ໂດຍຂົນສົ່ງຜ່ານແຄວ້ນໄຄເມຍດ້ວຍລົດໄຟສີນຄ້າ ແລະ ມີເປົ້າໝາຍສົ່ງໄປທີ່ເຂດຕາເວັນອອກກາງ.
ທ່ານ ບາລິດສະກີ ບອກວ່າວ່າ ຣັດເຊຍກໍາັລງເຮັດສັນຍາກັບຕຸຣະກີ ແຕ່ບໍເປີດເຜີຍລາຍລະອຽດອື່ນໆ

ຂະນະທີ່ທ່ານ ໂອເລກ ຄີຍຸຄອບ ຂອງລັດຖະບານແຄວ້ນໄຄມຽນ ເຊິ່ງຖືກຣັດເຊຍຜັນລວມເປັນຂອງຕົນເອງ ກ່າວວ່າມີລົດບັນທຸກ ທັນຍາພືດ 11ຄັນ ເດີນທາງມາຈາກເມືອງເມທິໂລໂປຣ ເຊີ່ງຢູ່ໃກ້ແຄວ້ນຊາໂປຣິເຊຍ ແລະ ມີທັນຍາພືດ ກໍາລັງຖຶກສົ່ງມາຈາກແຄວ້ນເຄີຊອນ ທີ່ຣັດເຊຍຍືດພື້ນທີ່ສ່ວນໃຫຍ່ໄວ້ໄດ້.

ຄໍາເວົ້າຂອງທ່ານບາລິດສະກີກັບທ່ານຄຼີຍຸຄັອບ ເກີດຂື້ນບໍ່ດົນຫຼັງຈາກທາງການຢູເຄຼນກ່າວຫາຮັດເຊຍວ່າລັກທັນຍາພືດຂອງພວກເຂົາ 6ແສນຕັນ ແລະ ສົ່ງອອກບາງສ່ວນໄປຕ່າງປະເທດ ຂະນະທີ່ຝ່າຍຣັດເຊຍຢືນຢັນວ່າບໍ່ໄດ້ລັກຫຼືຂັດຂວາງການສົ່ງອອກຂອງຢູເຄູນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page