ຫວຽດນາມຕິດອັນດັບ68ຄວາມໂປ່ງໃສດ້ານງົບປະມານ

ຫວຽດນາມ ຕິດອັນດັບ 68 ຄວາມໂປ່ງໃສດ້ານງົບປະມານ

ຂປລ.ສຳນັກຂ່າວ ຫວຽດນາມ, ວັນທີ10ມິຖຸນາ,ຫວຽດນາມ ຕິດອັນດັບ 68 ຈາກ120ປະເທດ ໃນການສຳຫລວດ ງົບປະມານ ແບບເປີດເຜີຍ(OBS) ໃນປີ2021 ເພີ່ມຂຶ້ນ 9 ອັນດັບ ຈາກປີ 2019

ຫລັງຈາກ ອົງການ ເປັນຫຸ້ນສ່ວນ ດ້ານງົບປະມານ ສາກົນ(IBP) ເປີດເຜີຍ ກ່ຽວກັບ ຫວຽດນາມ ດ້ານຄວາມໂປ່ງໃສ ໄດ້44ຄະແນນ ຈາກ 100 ຄະແນນ ດ້ານການຄຸ້ມຄອງ ງົບປະມານໄດ້ 80 ຄະແນນ ແລະ ດ້ານການມີ ສ່ວນຮ່ວມ ຂອງປະຊາຊົນ ໄດ້17ຄະແນນ.

ຫວຽດນາມ ໄດ້ຄະແນນ ເພີ່ມຂຶ້ນ 6ຄະແນນ ໃນທັງ 3ດ້ານຄື:ຄວາມໂປ່ງໃສ, ການມີສ່ວນ ຮ່ວມຂອງ ປະຊາຊົນ ແລະ ການຄຸ້ມຄອງ ງົບປະມານ ໄດ້ດີຂຶ້ນ ເມື່ອທຽບໃສ່ ປີ2019./. (ພາກຂ່າວ: ຕ່າງປະເທດ)

ທີ່ມາ: ປະເທດລາວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page