5 ສະຖານທີ່ທ້ອງທ່ຽວທີ່ງາມທີ່ສຸດໃນໂລກ
ໃນໂລກນີມີບ່ອນທ້ອງທ່ຽວໃໝ່ໆ ໃຫ້ໄປຫຼາກຫຼາຍບ່ອນທີ່ເຫັນແລ້ວຕ້ອງຢາກໄປສໍາພັດ ແຕ່ອາດຈະຫາຍໄປຈາກແຜນທີ່ໃນໄວໆນີ້ກໍໄດ້ ມື້ນິແອດຈະເອົາ 5 ສະຖານທີ່ທ້ອງທ່ຽວທີ່ງາມທີ່ສຸດມາໃຫ້ທຸກຄົນໄດ້ຮູ້ກັນ.
ອັນດັບ 1.ໝູ່ເກາະກາລາປາກັອດ ປະເທດເອກົວດໍ ຕັງຢູ່ກາງມະຫາສະໝຸດປາຊີຟິກ ມີຄວາມອຸດົມສົມບູນຫຼາຍແລະ ຍັງມີສັດທ້ອງຖິ່ນທີ່ແປກໆ ທີ່ພົບເຈີໄດ້ຍາກໃນບ້ານເຮົາ ສັດຫຼາຍໆ ຊະນິດມີສະເພາະທີ່ເກາະນີ້ເທົ່ານັ້ນ ເຊິ່ງດືງດູກໃຈໃຫ້ນັກທ້ອງທ່ຽວທົ່ວໂລກພາກັນຢາກມາເຢືອນ.

ອັນດັບ 2.ໝູ່ເກາະມໍດີບດີບ: ປະເທດມໍດີບ ເກາະສະຫວັນທີ່ໃຜໆກໍຕ່າງຝັນເຖິງ ເປັນເກາະນ້ອຍໆ ຫຼາຍໆເກາະທີ່ຢູ່ສູງກວ່າລະດັບນໍ້າທະເລບໍ່ຮອດ 1ແມັດ ເຮັດໃຫ້ສ່ຽງຕໍ່ການຈົມລົງທະເລ ເຊິ່ງມີການຄາດການວ່າອາດຈະຈົມຫາຍໄປໃນເວລາບໍ່ຮອດ 100ປີ.

ອັນດັບ 3.ແນວປະກາລັງເກດ ແບຣິເອີ ຣີບ:ປະເທດອອັດເຕເລຍ ແນວປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ທີ່ນັກດໍານໍ້າທົ່ວໂລກຝັນໃຝ່ຫາ ປະກອບດ້ວຍປະກາລັງກວ່າ 400ຊະນິດ ເປັນທີ່ຢູ່ຂອງສັດນໍ້ານານາຊະນິດ.

ອັນດັບ 4. ເມືອງເວນິດ ປະເທດອີຕາລີ : ເມືອງແຫ່ງຄອງຫຼາຍຄົນຈະນືກພາບອອກກັບການນັ່ງເຮືອກອນໂດລາ ລັດເລາະໄປຕາມຄອງຕ່າງໆ ທົ່ວເມືອງເວນິດ ເພື່ອຊື່ນຊົມກັບສະຖາປັດຕະຍາກໍາທີ່ເກົ່າແກ່ແລະສວຍງາມ.

ອັນດັບ 5. ທະເລເດດຊີ ປະເທດຈໍເເດນແລະອິດສະຣາເອວ: ທະເລສາບທີ່ບໍ່ມີມື້ຈົມ ໃຜໄປຫຼີ້ນນ້ຳທີ່ທະເລສາບເດດຊີ ເຖິງຈະລອຍນໍ້າບໍ່ເປັນກໍບໍຈົມນ້ຳ ເພາະວ່າມີຄວາມເຄັມຫຼາຍກວ່ານໍ້າທະເລໂດຍທົ່ວໄປເຖິງ 10ເທົ່າ ໃຜໆກໍສາມາດລອຍນໍ້າເທິງຜິວນໍ້າໄດ້.
