ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ
ຂປລ.ຕາມຂ່າວ ຈາກຈີນ, ວັນທີ11 ມິຖຸນານີ້, ຈີນ ແລະ ຣັດເຊຍ ຮ່ວມຈັດ ພິທີ ເປີດຂົວ ຂ້າມຊາຍແດນ ແຫ່ງໃໝ່ ຂ້າມແມ່ນ້ຳ ອາມູຣ(Amur) ເຊື່ອມຕໍ່ ລະຫວ່າງ ເມືອງບລາໂກ ເວສເຊນ (Blagoveshchensk) ໃນພາກຕາເວັນອອກໄກ ຂອງຣັດເຊຍ ກັບເມືອງ ເຮ່ຍເຫີ (Heihe) ແຂວງ ເຮຍຫລົງຈຽງ (Heilongjiang) ຂອງຈີນ
ມີຄວາມຍາວ ກວ່າ1 ກິໂລແມັດ ໃຊ້ງົບປະມານ ໃນການກໍ່ສ້າງ 342 ລ້ານໂດລາ ສະຫະລັດ ຫລັງຈາກ ໄດ້ກໍ່ສ້າງເມື່ອປີ 2016 ແລະ ສຳເລັດ ເດືອນພຶດສະພາ 2020 ແຕ່ການເປີດຂົວ ຊັກຊ້າ ອອກໄປ ຍ້ອນການ ແພ່ລະບາດ ໂຄວິດ-19.
ສຳລັບ ຂົວແຫ່ງນີ້ ຈະຊ່ວຍ ຫລຸດຜ່ອນ ໄລຍະທາງ ໃນການເດີນທາງ ແລະ ຂົນສົ່ງ ສິນຄ້າ ຂ້າມຊາຍແດນ ລະຫວ່າງ ຈີນ ກັບ ຣັດເຊຍ ໄດ້ເຖິງ 1.500 ກິໂລແມັດ ແລະ ຖືເປັນເສັ້ນທາງ ສຳຄັນ ຂອງຣັດເຊຍ ໃນການຄ້າຂາຍ ກັບຈີນ ແລະ ຈະຊ່ວຍ ເພີ່ມມູນຄ່າ ສິນຄ້າ ກັບຈີນ ໄດ້ເຖິງ 200 ຕື້ໂດລາ ສະຫະລັດ
ໃນອີກ 2ປີຕໍ່ໜ້າ ໂດຍສະເພາະຈີນ ຖືເປັນຜູ້ຊື້ ສິນຄ້າ ປະເພດ ຊັບພະຍາກອນ ທຳມະຊາດ ແລະ ຜະລິດຕະພັນ ທາງກະສິກຳແຫ່ງໃຫຍ່ ຂອງຣັດເຊຍ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ