ທະຫານຢູເຄຣນປັກຫຼັກສູ້ຣັດເຊຍໃນດອນບາສ ອັງກິດເຕືອນອະຫິວາລະບາດຄັ້ງໃຫຍ່

ທະຫານຢູເຄຣນປັກຫຼັກສູ້ຣັດເຊຍໃນດອນບາສ ອັງກິດເຕືອນອະຫິວາລະບາດຄັ້ງໃຫຍ່

ເຊເລນສະກີ່ແຫ່ງຢູເຄຼນເຜີຍວ່າ ກອງທັບຢູເຄຼນຍັງຄົງປັກຫຼັກສູ້ຮົບຢູ່ຕາມເມືອງຕ່າງໆ ໃນພູມີພາກດອນບາສ ຣັດເຊຍເດີນໜ້າກົດດັນຢ່າງຕໍ່ເນື່ອງເພື່ອຍຶດຄອງພູມີພາກດັ່ງກ່າວ ເຊິ່ງປະກອບດ້ວຍແຄ້ວນໂຄເນສ ແລະ ລູຮັນ ອັນເປັນຈຸດຍຸດທະສາດສຳຄັນສຳຫຼັບຣັດເຊຍ

ກະຊວງປ້ອງກັນປະເທດອັງກິດລະບຸວ່າ ລັດຖະບານຣັດເຊຍກຳລັງປະເຊີນບັນຫາດ້ານການຈັດການບໍລິການພື້ນຖານທີ່ຈຳເປັນໃນຊີວິດປະຈຳວັນໃຫ້ກັບປະຊາຊົນໃນພື້ນທີ່ທີ່ຣັດເຊຍຍຶດຄອງ ພ້ອມເຕືອນວ່າ ເມືອງມາຣິອູໂພນສ່ຽງຈະເກີດການລະບາດຄັ້ງໃຫຍ່ຂອງໂລກອະຫິວາ

ປະຊາຊົນບໍ່ສາດມາດເຂົ້າເຖິງນໍ້າດື່ມທີ່ສະອາດໄດ້ຢ່າງສະໝໍ່າສະເໝີ ຂະນະທີ່ບໍລິການອິນເຕີເນັດ ແລະ ໂທລະສັບຍັງຄົງຕິດຂັດໃນວົງກວ້າງ ໂດຍທີ່ເມືອງເຄີຊອນມີແນວໂນ້ມຂາດແຄນຢາຂັ້ນຮຸນແຮງ ສ່ວນທີ່ມາຣິອູໂພນກໍສ່ຽງເກີດອະຫິວາຄັ້ງໃຫຍ່ກະຊວງປ້ອງກັນປະເທດອັງກິດລະບຸຜ່ານທະວິດເຕີ່

Leave a Reply

Your email address will not be published. Required fields are marked *

You cannot copy content of this page