EU ຊີ້ຕາເວັນຕົກມອບອາວຸດ ນິເຄຼຍໃຫ້ຢູເຄຼນຊ່ວຍປ້ອງກັນຕົນເອງຈາກຣັດເຊຍ.
ຕາເວັນຕົກສາມາດມອບອາວຸດນິວເຄຼຍໃຫ້ຢູເຄຼນ ເພື່ອຊ່ວຍປົກປ້ອງຕົນເອງຈາກໄພຄຸກຄາມຣັດເຊຍ ຈາກຄວາມເຫັນຂອງ ຣາໂດລໍ ຊິຄໍສະກີ ສະມາຊິກລັດຖະສະພາຢູໂຣບ ແລະ ອະດີດລັດຖະມົນຕີວ່າການກະຊວງຕ່າງປະເທດໂປແລນ
ຊິຄໍສະກີ ໃຫ້ສໍາພາດວ່າ
“ ຕາເວັນຕົກມີສິດທິມອບຫົວຮົບນິວເຄຼຍແກ່ຢູເຄຼນ ເພື່ອທີ່ພວກເຂົາສາມາດປົກປ້ອງເອກະລາດຂອງຕົນເອງ” ທັງນີ້ ຊິຄໍສະກີ ເຊິ່ງເຄີຍດໍາລົງຕໍາແໜ່ງລັດຖະມົນຕີຕ່າງປະເທດໂປແລນອ້າງວ່າ ຣັດເຊຍລະເມີດບັນທຶກຄວາມເຂົ້າໃຈບູດາເປ ເຊິ່ງລົງນາມໂດຍຢູເຄຼນ,
ຣັດເຊຍ ສະຫະປະຊາຊາດ ແລະ ສະຫະລັດ ທາງຄຽບຍິນຍອມຖິ້ມຄັງແສງນິວເຄຼຍຍຸກສະໄໝສະຫະພາບໂຊຫວຽດຂອງພວກເຂົາ
ໃນຂະນະທີ່ພວກຜູ້ລົງນາມອື່ນໆ ສັນຍາວ່າຈະ “ ເຄົາລົບຄວາມເປັນເອກະລາດ ແລະ ອໍານາດອະທິປະໄຕຂອງຢູເຄຼນ ແລະ ເຂດແດນທີ່ມີຢູ່ຂອງຢູເຄຼນ ”
ຊິຄໍສະກີ ເນັ້ນຢໍ້າຄໍາກ່າວອ້າງຂອງເຂົາ ກ່າວຫາປະທານາທິບໍດີວະລາດີມີ ປູຕິນ ກໍາລັງຂົ່ມຂູ່ຄຸກຄາມຢູເຄຼນດ້ວຍອາວຸດນິເຄຼຍ ແລະ ບອກວ່າຕາເວັນຕົກຄວນຕ້ອງຫ້າມປາມເຂົາ.