ຣັດເຊຍຖະຫຼົ່ມຂົວຂ້າມແມ່ນໍ້າໃນຢູເຄຼນ ຕັດທາງໜີຈາກເມືອງຊີວີໂຣໂດເນສ
ທ່ານເຊີຣີ ໄກໄດ ຜູ້ວ່າການແຄ້ວນລູຮັນຂອງຢູເຄຣນເປີດເຜີຍວ່າ ກອງກຳລັງທະຫານຣັດເຊຍໄດ້ລະເບີດສະພານເຊື່ອມເມືອງຊີວີໂຣໂດເນສກັບເມືອງລິຊິຄານທີ່ຢູ່ອີກຟາກແມ່ນໍ້າຊິເວີກີໂດເນສ ສົ່ງຜົນໃຫ້ເສັ້ນທາງອົບພະຍົບຂອງພົນເຮືອນຖືກຕັດຂາດ
“ຫຼັງຈາກຍີງຖະຫຼົ່ມສະພານບໍ່ເຫຼືອຫຍັງແລ້ວ ເມືອງຈະຖືກຕັດຂາດ ບໍ່ມີທາງຂັບລົດອອກມາຈາກຊີວີໂຣໂດເນສໄດ້ເລີຍ”
ສຳນັກຂ່າວຣອຍເຕີລາຍງານວ່າ ໃນຂະນະນີ້ເມືອງຊີວີໂຣ ໂດເນສກາຍເປັນສະໝໍລະພູມໃນສຶກຊິງຄວາມເປັນໃຫຍ່ເໜືອພູມີພາກດອນບາສທາງຕາເວັນອອກຂອງຢູເຄຼນ
ບາງສ່ວນຂອງເມືອງຖືກທຳລາຍໃນການຕໍ່ສູ້ທີ່ນອງເລືອດທີ່ສຸດນັບຕັ້ງແຕ່ຣັດເຊຍເປີດສາກບຸກຢູເຄຼນເມື່ອວັນທີ24ກຸມພາ
ໂວໂລດິເມຍ ເຊເລນສະກີ ຜູ້ນຳຢູເຄຼນ ກ່າວຜ່ານວີດີໂອວ່າ“ເປົ້າໝາຍທາງຍຸດທະວິທີຫຼັກຂອງຜູ້ຍຶດຄອງບໍໄດ້ປ່ຽນໄປພວກເຂົາກຳລັງຮຸກຮານໃນຊີວີໂຣໂດເນສ ໃນທຸກໆຕາແມັດຍັງຄົງມີການຕໍ່ສູ້ຮຸນແຮງ” ພ້ອມເສີມວ່າກອງທັບຣັດເຊຍພະຍາຍາມສົ່ງທະຫານກອງໜູນໄປຍັງດອນບາສ
ເຊເລນສະກີກ່າວວ່າ “ພາບຂອງເດັກອາຍຸ12ປີທີ່ໄດ້ຮັບບາດເຈັບຈາກການໂຈມຕີຂອງຣັດເຊຍຈະກາຍເປັນພາບຈຳໄປທົ່ວໂລກຂໍ້ເທັດຈິງເຫຼົ່ານີ້ຈະເປັນຕົວຕອບຢໍ້າວ່າໂລກເບິ່ງຣັດເຊຍແນວໃດ”
“ບໍ່ແມ່ນປີເຕີມະຫາລານ ບໍ່ແມ່ນເລໂອ ຕອດສຕອຍ ແຕ່ເປັນເດັກນ້ອຍ ທີ່ໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກການໂຈມຕີຂອງຣັດເຊຍ” ເຊເລນສະກີກ່າວ ໂດຍອ້າງອີງເຖິງຄຳປາໃສຂອງ ວລາດິເມຍ ປູຕິນ ຜູ້ນຳຣັດເຊຍເມື່ອອາທິດກ່ອນ ເຊິ່ງປຽບທຽບການສຶກຂອງຣັດເຊຍໃນຕອນນີ້ວ່າບໍ່ຕ່າງກັບສະໄມທີ່ຈັກກະພັດດິປີເຕີມະຫາລານແຫ່ງຣັດເຊຍພິຊິດດິນແດນຂແງສະວີເດັນໃນສະຕະວັດທີ່18