ກະຊວງປ້ອງກັນປະເທດສະຫະລັດຊີ້ ຈີນພວມຂົ່ມຂູ່ແລະຮຸກຮານຫຼາຍຂຶ້ນ.
ຄວາມສໍາພັນລະຫວ່າງຈີນແລະສະຫະລັດ ຕືງຄຍດໃນຊ່ວງທີ່ຜ່ານມາ ໂດຍປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດ 2ແຫ່ງ ປະເຊີນໜ້າກັນໃນເລື່ອງຕ່າງໆ ຕັ້ງແຕ່ໄຕ້ຫວັນ ແລະ ສິດທິມະນຸດຂອງຈີນ ໄປຈົນເຖິງກິດຈະກໍາທາງທະຫານໃນທະເລຈີນໃຕ້.
ໃນການປະຊຸມລະຫວ່າງອັອດຕິນ ແລະ ເວີ່ຍເຟີ່ງເຫິ ລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທັງສອງຝ່າຍຢໍ້າວ່າພວກເຂົາຕ້ອງການຈັດການຄວາມສໍາພັນຂອງພວກເຂົາໃຫ້ດີຂື້ນ ເຖິງແມ່ນວ່າຈະບໍ່ມີສັນຍານຂອງການພັດທະນາຕ່າງໆ ໃນການແກ້ໄຂ້ຄວາມແຕກຕ່າງ ອອັດຕິນກ່າວວ່າ ເຊິ່ງເປັນການຊຸມນຸມດ້ານຄວາມໝັ້ນຄົງລະດັບແນວໜ້າຂອງເອເຊຍ ວ່າສະຫະລັດ ຈະຍັງຄົງຢືນຄຽງພັນທະມິດລວມທັງໄຕ້ຫວັນ.
“ ນັ້ນສໍາຄັນຫຼາຍເມືື່ອ PRC ( ສາທາລະນະລັດປະຊາຊົນຈີນ ) ໃຊ້ວິທີການບີບບັງຄັບແລະຂົ່ມຂູ່ຫຼາຍຂື້ນໃນການອ້າງສິດໃນດິນແດນຂອງຕົນ” ເຂົາກ່າວ
ຈີນອ້າງວ່າໄຕ້ຫວັນເປັນຂອງຕົນ ແລະ ໃຫ້ຄໍາມັ່ນສັນຍາວ່າຈະຍືດຄອງໂດຍການໃຊ້ກໍາລັງຫາກຈໍາເປັນ
ອອັດຕິນກ່າວວ່າ ມີຈໍານວນການປະເຊີນໜ້າໃນລັກສະນະທີ່ບໍ່ປອດໄພ ແລະ ບໍ່ເປັນມືອາຊີບລະຫວ່າງເຄື່ອງບີນຈີນກັບເຮືອຂອງປະເທດອື່ນ ເພີ່ມຂື້ນໃນລະດັບທີ່ “ ໜ້າຕົກໃຈ”
ເຄື່ອງບີນຮົບຂອງຈີນໄດ້ສະກັດກັ້ນເຄື່ອງບີນສອດແນມຂອງກອງທັບອອັດເຕເລຍໃນເຂດທະເລຈີນໄຕ້ ແລະ ກອງທັບຂອງແຄນນາດາກ່່າວຫາວ່າເຄື່ຶງບີນຮົບຂອງຈີນລ່ວງລະເມີດເຄື່ອງບີນລາດຕະເວນຂອງຕົນ ຂະນະທີ່ພວກເຂົາເຝົ້າຕິດຕາມການຫຼົບລ່ຽງການຂວ້ຳບາດຂອງເກົາຫຼີເໜືອ.