ຈັດອັນດັບ5ສັດ ທີ່ມີພິດຮ້າຍແຮງທີ່ສຸດໃນໂລກ

ຈັດອັນດັບ5ສັດ ທີ່ມີພິດຮ້າຍແຮງທີ່ສຸດໃນໂລກ

ອັນດັບທີ1 King Cobra -ງູຈົງອາງ:ງູຈົງອາງ ເປັນງູພິດທີ່ມີລຳຕົວຍາວທີ່ສຸດໃນໂລກ ດ້ວຍຂະໜາດໃຫຍ່ສຸດທີ່5,6ແມັດ ງູຈົງອາງນັ້ນເຮົາຮູ້ກັນວ່າອາຫານຂອງມັນຄືງູ!!! ນັ້ນໝາຍຄວາມວ່າມັນເກີດສັດຕະກູນດຽວກັນ ແລະ ພຽງແຕ່ຖືກມັນກັດຄັ້ງດຽວກໍເຮັດໃຫ້ຄົນຕາຍໄດ້ຢ່າງງ່າຍໆ ແລະ ພິດຂອງມັນ ສາມາດຂ້າຊ່າງທີ່ໂຕເຕັມໄວໄດ້ພຽງແຕ່3ຊົ່ວໂມງ ທີ່ສຳຄັນ ມັນພົບໄດ້ທົ່ວໄປ ໃນທະວີບອາຊີຕາເວັນອອກສ່ຽງໃຕ້ ແລະ ໃນປະເທດໄທ

ອັນດັບທີ2 Marbled Cone Snail -ຫອຍເຕົ້າປູນລາຍຫີນອ່ອນ: ຫອຍເຕົ້າປູນໂຕນ້ອຍໆ ສີສັນສວຍງາມ ແຕ່!!!ພິດຂອງມັນ ພຽງແຕ່ຢົດດຽວ ສາມາດຂ້າຄົນໄດ້ເຖິງ20ຄົນ ຖ້າເຈົ້າຫຼິ້ນນໍ້າທະເລແລ້ວເຫັນຫອຍຊະນິດນີ້ຢູ່ ຢ່າຄິດທີ່ຈະຈັບມັນມາຫຼິ້ນຢ່າງເດັດຂາດຖ້າບໍ່ດັ່ງນັ້ນເຈົ້າຈະຖືກພິດຂອງມັນ ຈະພາໃຫ້ເຈັບຫຼັງຈາກນັ້ນກໍຈະເລີ່ມບວມ ລະບົບການຫາຍໃຈເລີ່ມລົ້ມເຫຼວ ຮ່າງກາຍຈະມີອາການຄັນ ເປັນອຳມະພາດແລ້ວກໍຕາຍໄດ້ໃນທັນທີ ແນວໃດກໍຕາມມີພຽງແຕ່30ຄົນເທົ່ານັ້ນທີ່ຕາຍຍ້ອນຫອຍເຕົ້າປູນ

ອັນດັບທີ3 Blue-Ringed Octopus -ປາໝຶກແຫວນນໍ້າເງິນ: ປາໝຶກແຫວນນ້ໍາເງິນນັ້ນມີຂະໜາດທີ່ນ້ອຍຫຼາຍ ແຕ່ຂະໜາດບໍ່ແມ່ນບັນຫາສຳລັບຄວາມຮຸນແຮງຂອງພິດມັນເລີຍເພາະພິດມັນສາມາດຂ້າຄົນຕາຍໄດ້ພາຍໃນບໍ່ຮອດນາທີ ແລະ ທີ່ສຳຄັນຍັງບໍ່ມີຢາແກ້ພິດ ຖ້າຖືກປາໝຶກແຫວນນໍ້າເງິນກັດ ຈະບໍ່ຮູ້ສຶກເຈັບປວດ ແຕ່ວ່າພິດຂອງມັນຈະເລີ່ມທຳລາຍລະບົບປະສາດ ຫຼັງຈາກນັ້ນກໍຈະເຮັດໃຫ້ຮູ້ສຶກອ່ອນແອ ແລະ ກໍເລີ່ມຄວບຄຸມຕົວເອງບໍ່ໄດ້ ລະບົບຫາຍໃຈກໍຈະເລີ່ມລົ້ມເຫຼວ ຫຼັງຈາກນັ້ນກໍຕາຍໄດ້ເລີຍທັນທີ

ອັນດັບທີ4 Death Stalker Scorpion -ແມງງອດສາຍພັນ ເດຣ ສຕອດເກີ: ແມງງອດທົ່ວໄປນັ້ນ ເຖິງແມ່ນວ່າຖືກກັດພິດຂອງມັນກໍບໍ່ສາມາດທີ່ຈະຮຸນແຮງຕໍ່ຄົນໄດ້ຫຼາຍປານໃດ ອາດຈະເຈັບປວດໜ້ອຍໜຶ່ງ ແຕ່…..ມັນບໍ່ແມ່ນສຳຫຼັບແມງງອດສາຍພັນ ເດຣ ສຕອດເກີ ເລີຍ ເພາະພິດຂອງມັນສາມາດທຳລາຍລະບົບປະສາດໄດ້ ຖ້າຖືກມັນກັດ ກໍຈະເຈັບປວດຢ່າງມະຫາສານ ຈາກນັ້ນຈະຕາມມາດ້ວຍອາການໄຂ້ຂຶ້ນ ເປັນອຳມະພາດ ແລະ ຕາຍໄດ້ໃນທັນທີ

ອັນດັບທີ5 Stonefish -ປາຫີນ: ຖ້າທຽບກັນໃນເລື່ອງຄວາມສວຍງາມແລ້ວ ປາຫີນຈະແພ້ຢ່າງຂາດລອຍ ແຕ່ຖ້າແຂ່ງກັນເລື່ອງຄວາມຮຸນແຮງຂອງພິດແລ້ວ ປາຫີນບໍ່ເປັນຮອງໃຜຢ່າງແນ່ນອນ ມັນໄດ້ຊື່ວ່າ ເປັນປາທີ່ມີພິດຮ້າຍແຮງທີ່ສຸດໃນໂລກ ພິດຂອງປາຫີນນີ້ຈະຢູ່ໃນໜາມຂອງຕົວມັນເອງ ມີຄົນບອກວ່າ ຖ້າຖືກມັນແທງເຂົ້າ ຈະໄດ້ຮັບຄວາມເຈັບປວດຢ່າງຮຸນແຮງ ນອກຈາກຈະເຈັບສຸດໆແລ້ວ ມັນກໍຈະພາໃຫ້ເປັນອຳມະພາດ ແລ້ວກໍຕາຍໄດ້ໃນທັນທີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page