ຄິມຈອງອືນ ສົ່ງສານເຊຍ ປູຕິນ ທໍາສຶກຢູເຄຼນ ລັ່ນພ້ອມສະໜັບສະໜູນເຕັມທີ່.
ຄິມຈອງອືນ ຜູ້ນໍາເກົາຫຼີເນືອ ອອກມາປະກາດຈຸດຢືນ “ ສະນັບສະໜູນ” ປະທານາທິບໍດີ ວະລາດິມີ ປູຕິນ ຂອງຣັດເຊຍຢ່າງເຕັມທີ່ ສ່ວນກະແສປະຊາຄົມໂລກທີ່ຕ່າງລວມປະນາມແລະຂວ້ຳບາດຜູ້ນໍາມີຂາວຈາກການສົ່ງທະຫານຮຸກຮານຢູເຄຼນ.
ສໍານັກຂ່າວເກົາຫຼີເໜືອໄດ້ເຜີຍແພ່ສານສະແດງຄວາມຍີນດີທີ່ຜູ້ນໍາ ຄິມ ສົ່ງໄປເຖິງ ປູຕິນເນື່ອງໃນໂອກາດວັນຊາດຣັດເຊຍ ໂດຍມີໃຈຄວາມສໍາຄັນລະບຸວ່າ ຊາວຮັດເຊຍ “ ປະສົບຄວາມສໍາເລັດຢ່າງຍິ່ງໃຫຍ່ໃນຫົນທາງອັນທ່ຽງທໍາແຫ່ງການປົກປ້ອງສັກສີ ແລະ ຄວາມໝັ້ນຄົງຂອງປະເທດຊາດ ແລະ ຢືນຫຍັດຕໍ່ສູ້ຄວາມທ້າທາຍແລະຄວາມຍາກລໍາບາກນາໆປະການດ້ວຍຄວາມກ້າຫານ”
“ປະຊາຊົນຊາວເກົາຫຼີຂໍສະໜັບສະໜູນແລະໃຫ້ກໍາລັງໃຈຕໍ່ພວກເຂົາຢ່າງເຕັມທີ່” ການທີ່ຄິມຈອງອືນອ້າງວ່າຣັດເຊຍສົ່ງທະຫານໂຈມຕີຢູເຄຼນໂດຍປາສະຈາກການຍຸແຍ່ຄື
“ຫົນທາງທີ່ທ່ຽງທໍາ” ເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ ເປັນອີກໜື່ງຕົວຢ່າງທີ່ສະທ້ອນໃຫ້ເຫັນເຖິງສາຍສໍາພັນອັນແນບຊິດທີ່ປຽງຍາງ ແລະ ມອສໂກມີຕໍ່ກັນມາຍາວນານຫຼາຍທົດສະວັດ.
ຜູ້ນໍາເກົາຫຼີເໜືອຍັງສະແດງຄວາມເຊື່ອໜັ້ນວ່າສາຍສໍາພັນສັນທະມິດລະຫວ່າງທັງສອງປະເທດຈະແຂງແກ່ງຂື້້ນໃນທຸກໆ ດ້ານ ແລະ ພ້ອມທີ່ຈະ “ ກ້າວເດີນໄປສູ່ເສັ້ນທາງແຫ່ງການປົກປ້ອງຄວາມຍຸຕິທໍາລະດັບນານາຊາດ ແລະ ດໍາລົງໄວ້ເຊິ່ງຄວາມໝັ້ນຄົງສາກົນ”