ຢູເຄຼນກ່າວ! ຣັດເຊຍສູນເສຍທະຫານແລ້ວ 4 ໝື່ນກວ່າຄົນ
ຜູ້ນຳຢູເຄຼນ ລະບຸວ່າ ຕັ້ງແຕ່ຣັດເຊຍເປີດສາກເຮັດສົງຄາມຄືປາຍເດືອນກຸມພາ ຈົນເຖິງຕອນນີ້ຄືໃນເດືອນມິຖຸນາ ຣັດເຊຍສູນເສຍທະຫານໄປແລ້ວ 4 ໝື່ນກວ່າຄົນ ໂວໂລດິເມຍ ເຊເລີສະກີຂອງຢູເຄຼນ ເປີດເຜີຍວ່າ
ສະຖານະການໃນເມືອງຊິວິໂກໂດເນສ ໃນພູມີພາກດອນບາສ ຍັງໂຫດຮ້າຍໜັກ ການສູ້ຮົບເກີດຂຶ້ນໃນທຸກໆຕາແມັດພາຍໃນເມືອງດັ່ງກ່າວໂດຍຕອນນີ້ ເມືອງດັ່ງກ່າວມາເປັນສູນກາງຂອງການຕໍ່ສູ້ເພື່ອແຍ່ງຊິງການຄອບຄອງພູມີພາກດອນບາສໄປແລ້ວ
ນອກຈາກນີ້ຜູ້ນຳຢູເຄຼນຍັງລະບຸອີກດ້ວຍວ່າ ຍອດທະຫານຣັດເຊຍທີ່ບາດເຈັບລົ້ມຕາຍໃນສົງຄາມຢູເຄຼນນັ້ນ ຫາກນັບຕັ້ງແຕ່ເລີ່ມຕົ້ນສົງຄາມຄືວັນທີ24ກຸມພາ ທີ່ຜ່ານມາ ຈົນຮອດເດືອນມິຖຸນານີ້ ເກີນກ່ວາ 40000ຄົນໄປແລ້ວ
ດ້ານເຈົ້າໜ້າທີ່ທ້ອງຖິ່ນຂອງຢູເຄຼນ ຍັງເປີດເຜີຍອີກດ້ວຍວ່າ ມື້ວານນີ້ກອງທັບລັດເຊຍໄດ້ລະເບີດສະພານແຫ່ງໜຶ່ງທີ່ເຊື່ອມຕໍ່ລະຫວ່າງເມືອງຊິວິໂຣໂດເນສກັບເມືອງລິິຊານ ເຊິ່ງສະພານດັ່ງກ່າວເປັນສະພານຂ້າມແມ່ນໍ້າ ທຳເຮັດຕັດຂາດເສັ້ນທາງການອົບພະຍົບຂອງທະຫານເຮືອ
ສຳຫຼັບ ສະໜາມສູ້ຮົບຫຼັກໃນຂະນະນີ້ ຢູ່ທີ່ເມືອງຊິວິໂຣໂດເນສ ທາງຕາເວັນອອກຂອງຢູເຄຼນ ເຊິ່ງເປັນໜຶ່ງໃນພື້ນທີ່ຄວບຄຸມຂອງຢູເຄຼນແຫ່ງສຸດທ້າໃນແຄວ້ນລູຮັນ ເຊິ່ງຣັດເຊຍຕ້ອງກາຍຶດ
ຜູ້ວ່າການແຄວ້ນລູຮັນຂອງຢູເຄຼນລະບຸວ່າ ກອງກຳລັງຣັດເຊຍຄວບຄຸມເມືອງຊິວິໂຣໂດເນສໄດ້ເກືອບທັງໝົດແລ້ວ ໂດຍຍັງເຫຼືອໂຮງງານເຄມີອາຊັອດ(Azot) ທີ່ັຍັງຢູ່ໃນການຄວບຄຸມຂອງຢູເຄຼນ ແລະ ມີທະຫານເຮືອນຕິດຄ້າງຢູ່ 800 ຄົນ