ອີຢູຈະໃຫ້ຄວາມຊັດເຈນກ່ຽວກັບການອະນຸມັດເປັນສະມາຊິກຂອງຢູເຄຼນ

ອີຢູຈະໃຫ້ຄວາມຊັດເຈນກ່ຽວກັບການອະນຸມັດເປັນສະມາຊິກຂອງຢູເຄຼນ

ຂະນະກໍາມາທິການຢູໂຣບ( ອີຢູ) ຈະມອບສັນຍານທີ່ຊັດເຈນ ກ່ຍວກັບການອານຸມັດສະຖານະຜູ້ສະໝັກເປັນສະມາຊິກອີຢູຂອງຢູເຄຼນ ຈາກການເປີດເຜີຍ ຂອງ ອົວຊູລາ ຟອນ ແດ ໄລເອິນ ປະທານຂະນະກໍາມາທິິການຢູໂຣບ.

ໃນຂະນະທີ່ການສູ້ຮົບຍັງຄົງດຸເດືອດໃນທາງພາກຕາເວັນອອກ ແລະ ພາກໃຕ້ຂອງປະເທດແຫ່ງນີ້ ທ່າມກາງສຽງໂວຍວາຍຂອງຄຽບວ່າເມືຶອງຊີວີໂຣໂດເນສ ກໍາລັງເລືອແຕ່ຊາກຫັກພັງຈາກຝີມືຂອງທະຫານຣັດເຊຍ.

ຟອນ ແດ ໄລເອີນ ສ້າງຄວາມປະຫຼາດໃຈ ເດີນທາງເຍືອນກຣຸງຄຽບໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ບອກວ່າການສົນທະນາກັບປະທານາທິບໍດີ ເຊເລນສະກີ “ ຈະສາມາດຊ່ວຍໃຫ້ເຮົາສະຫຼຸບການປະເມີນຂອງເຮົາໃນຊ່ວງທ້າຍອາທິດໜ້າ” ເຖິງເປັນຄັ້ງທໍາອິດທີ່ອີຢູລະບຸເຖິງກອບເວລາທີ່ຊັດເຈນກັບສະຖານະໃນປະເດັນສະຖານະຜູ້ສະໝັກຂອງຢູເຄຼນ.

ເຊເລນສະກີພະຍາຍາມກົດດັນໃຫ້ສະຫະພາບຢູໂຣບອ້າແຂນຮັບປະເທດຂອງເຂົາເຂົ້າເປັນສະມາຊິກຢ່າງໄວ ໃນຖານະຫົນທາງທີ່ຫຼຸດຈຸດອ່ອທາງພູມສັນຖານຂອງຢູເຄຼນເຊິ່ງຖືກເຜີຍໃຫ້ເຫັນຈາກປະຕິບັດການຮຸກຮານຂອງຣັດເຊຍ
ແນວໃດກໍຕາມບັນດາເຈົາໜ້າທີ່

ແລະ ພວກຜູ້ນໍາພາຍໃນອີຢູ ເຕືອນວ່າເຖິງໄດ້ຮັບສະຖານະການຜູ້ສະມັກແລ້ວການເຂົ້າເປັນສະມາຊິກອີຢູຢ່າງແທ້ຈິງອາດຈະຕ້ອງໃຊ້ເວລາດົນຫຼາຍປີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page