ອ້າວ! ຜູ້ນຳນາໂຕ້ແນະນຳແບບອ້ອມໆຢູເຄຼນຍອມສະຫຼະດິນແດນໃຫ້ລັດເຊຍ
ເຍນສະໂຕເທັນເບິກ ເລຂາທິການອົງການສົນທິສັນຍາແອັດແລນຕິກເໜືອ ( ນາໂຕ ) ລະບຸວ່າກຸ່ມທີ່ນໍາໂດຍສະຫະລັດແຫ່ງນີ້ມີເປົ້າໝາຍເສີມຄວາມເຂັ້ມແຂງແກ່ສະຖານນະການຂອງຢູເຄຼນໃນໂຕະເຈລະຈາກັບຣັດເຊຍ
ແຕ່ບອກວ່າຂໍ້ຕົກລົງສັນຕິພາບຕ່າງໆ ອາດຈະຕ້ອງກ່ຽວຂ້ອງກັບການປານີປານອມໃນນັ້ນລວມເຖິງການຍອມສະຫຼະດີນແດນຂອງຝ່າຍຢູເຄຼນ. ສະໂຕເທັນເບິກ ກ່າວໃນທີ່ປະຊຸມກຸນຕາຣັນຕາໃນຟິນແລນ
ຕາມຫຼັງພົບປະກັບປະທານາທິບໍດີເຊົາລີ ນີນິຕໍ ຂອງຟິນແລນ ໂດຍໃນຂະນະທີ່ເລຂາທິການນາໂຕຢືນການວ່າຕາເວັນຕົກມີຄວາມຕັ້ງໃຈຍອມທຸ່ມທືນເພື່ອເສີມສ້າງຄວາມເຂັ້ມແຂງກອງທັບຢູເຄຼນແຕ່ຄຽບ ອາດຈະຕ້ອງຍອມເສຍດິນແດນບາງສ່ວນແກ່ມອສໂກເພື່ອໃຫ້ຄວາມຂັດແຍ້ງປະຈຸບັນສີ້ນສຸດລົງ.
ສະໂຕເທັນເບິກບໍ່ໄດ້ຊີ້ແນະວ່າຢູເຄຼນຈະຕ້ອງຮັບເງື່ອນໄຂແບບໃດ ແຕ່ບອກວ່າ “ ນີ້ເປັນເລື່ອງຂອງຄົນທີ່ຕ້ອງຈ່າຍໃນລາຄາທີ່ແພງທີ່ສຸດ ຈະເປັນຜູ້ຕັດສິນໃຈເອງ “ ແຕ່ໃນຂະນະດຽວກັນ ນາໂຕ້ ແລະ ຕາເວັນຕົກຈະຍັງຄົງເດີນໜ້າປ້ອນອາວຸດແກ່ຢູເຄຼນ ເພື່ອ ເສີມຄວາມເຂັ້ມແຂງໃນມືຂອງພວກເຂົາ ເມື່ອທ້າຍທີ່ສຸດແລ້ວການເຈລະຈາຄືທາງອອກ.