ນາໂຕ້ກ່າວຟິນແລນແລະສະວີເດັນຈະເຂົ້າເປັນສະມາຊິກນັ້ນຍັງບໍ່ແນ່ນອນເທື່ອ

ນາໂຕ້ກ່າວຟິນແລນແລະສະວີເດັນຈະເຂົ້າເປັນສະມາຊິກນັ້ນຍັງບໍ່ແນ່ນອນເທື່ອ

ອົງການນາໂຕໃຫ້ຮູ້ວ່າ: ເວລາທີ່ຊູແອັດແລະແຟງລັງຈະເຂົ້າເປັນສະມາຊິກອົງການນາໂຕຍັງບໍ່ແນ່ນອນເທື່ອ
ວັນທີ 13 ມິຖຸນານີ້, ທ່ານເຈັນສ ສະໂຕນເຕັນເບີກ ເລຂາທິການໃຫຍ່ອົງການນາໂຕໄດ້ກ່າວຢືນຢັນຢູ່ຊູແອັດວ່າ:

ຂັ້ນຕອນທີ່ຊູແອັດແລະແຟງລັງຮ້ອງຂໍເຂົ້າເປັນສະມາຊິກອົງການນາໂຕແມ່ນສັບສົນກວ່າການຄາດໝາຍໄວ້, ເວລາທີ່ສອງປະເທດຈະໄດ້ຮັບອະນຸຍາດເຂົ້າເປັນສະມາຊິກອົງການນາໂຕຍັງບໍ່ແນ່ນອນເທື່ອ.

ວັນທີ 13 ມິຖຸນານີ້, ທ່ານນາງມັກດາເລນາ ອັນເດີຊົນ ນາຍົກລັດຖະມົນຕີຊູແອັດໄດ້ພົບປະເຈລະຈາກັບທ່ານເຈັນສ ສະໂຕນເຕັນເບີກ ທີ່ໄປຢ້ຽມຢາມຊູແອັດ. ທ່ານສະໂຕນເຕັນເບີກ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຫຼັງຈາກການພົບປະວ່າ:

ອົງການນາໂຕເອົາໃຈໃສ່ເປັນຢ່າງສູງຕໍ່ຄວາມເປັນຫ່ວງຂອງຕວກກີແລະບັນຫາອື່ນໆ, ພວມປຶກສາຫາລືຢ່າງໃກ້ຊິດກັບຊູແອັດ, ແຟງລັງ ແລະຕວກກີ ເພື່ອຈະພະຍາຍາມແກ້ໄຂບັນຫາທີ່ກ່ຽວຂ້ອງ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page