ຮູ້ວ່າສ່ຽງແຕ່ກໍ່ໃສ່! ຊາຍໜຸ່ມຜູ້ຫຼົງໄຫຼກັບການໃສ່ຄຳເຕັມໂຕ

ຊາຍໜຸ່ມຫວຽດນາຫຼົງໄຫຼທອງຄຳ ໃສ່ທອງເຕັມຕົວທຸກມື້ ພ້ອມຈ້າງບໍດິກາດຄຸ້ມກັນ

ຄົນຮັກທອງ ປະດັບທອງຄຳເຕັມຕົນຕົວບໍ່ແມ່ນເລື່ອງແປກ ມັນເປັນຄວາມມັກສ່ວນຕົວ ແຕ່ໃສ່ແນ່ນຈົນເປັນທີ່ສະດຸດຕາຂອງຜູ້ຄົນແບບນີ້ ກໍເກີນໄປ ທີ່ໂຮຈີມິນ ປະເທດຫວຽດນາມ ມີຊາຍຄົນຫນຶ່ງຊື່ Seven Balls ຫຼື ໂດ ຫງັອກ ຖ່ວນ ເປັນພໍ່ຄ້າຮ້ານອາຫານ ທີ່ຄັ່ງຮັກທອງຫຼາຍ ຄັ່ງຮັກສໍ່າໃດໄປເບິ່ງນຳກັນ

ທຸກໆມື້ Seven Ball ຈະມາເປີດຮ້ານ ພ້ອມກັບໃສ່ທອງເຕັມຕົວ ບໍ່ວ່າຈະເປັນທີ່ຫູ ຄໍ ນິ້ວ ແລະ ແຂນ ລ້ວນແຕ່ຖືກປະດັບດ້ວຍທອງທັ້ງນັ້ນ ໂດຍສະເພາະສາຍແຂນເຕັມແຂນເລີຍຈ້າາ ເທົ່າທີ່ນັບໄດ້ຄື ສາຍຄໍ 8 ເສັ້ນ, ຫ່ວງຄ້ອງຄໍໃຫຍ່ໆ 8 ຫ່ວງ ແລະ ແຂນທັງ 2 ຂ້າງ ມີສາຍແຂນ 49 ເສັ້ນ ຂະໜາດຍັງບໍ່ໄດ້ນັບແຫວນທີ່ມື ນິ້ວມືໃດນິ

ເຫັນຈັດທອງເຕັມຕົວແບບນີ້ ລາວບໍ່ໄດ້ຢູ່ເສີຍໆເດີ ແຕ່ລາວເຮັດວຽກໃນຮ້ານທຸກຢ່າງ ບໍ່ວ່າຈະເປັນການເສີບໝໍ້ໄຟ ເຮັດນໍ້າຊຸບ ລວມໄປເຖິງເຊີນແຂກ(ບາງຄົນກໍຂໍຖ່າຍຮູບນຳ)
ຄວາມຄັ່ງຮັກທອງຂອງ Seven Ball ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັບຜູ້ຄົນທີ່ພົບເຫັນ ອີກທັ້ງຍັງກາຍເປັນກະແສຮືຮາໃນໂລກໂຊຊ່ຽວ

ທາງຮ້ານເຈົ້າຂອງຮ້ານຂາຍທອງບອກວ່າ “Seven Ball ໃຫ້ຄວາມໄວ້ວາງໃຈຮ້ານຂອງລາວ ເຂົາມາຊື້ທອງກັບລາວເປັນປະຈຳຕະຫຼອດຫຼາຍປີທີ່ຜ່ານມາ” ເດືອນທີ່ຜ່ານມາSeven Ball ຊື້ທອງເຖິງ 5 ຄັ້ງ ບາງຄັ້ງຊື້ແຫວນບາງຄັ້ງຊື້ຕ້າງຫູ ແລະ ສ້ອຍ ທີ່ເຂົາບໍ່ໄດ້ຊື້ພ້ອມກັນເພາະສິນຄ້າບາງລຸ່ນບໍ່ໄດ້ມາພ້ອມກັນ ຈຶ່ງຕ້ຶງສັ່ງແຍກກັນ

ສ່ວນ Seven Ball ເປີດໃຈວ່າ ການໃສ່ທອງຫຼາຍໆແບບນີ້ໃນທີ່ສາທາລະນະ ແນ່ນອນວ່າ ມັນມີຄວາມສ່ຽງແຕ່ຂະນະດຽວກັນມັນນຳມາເຊິ່ງຄວາມໂຊກດີ ແລະ ເຮັດໃຫ້ກິດຈະການຂອງຂ້ອຍຈະເລີນຮຸ່ງເຮືອງຫຼາຍຂຶ້ນ

ລາວບອກອີກວ່າ ຕັ້ງແຕ່ໃສ່ທອງ ລາວກໍໄດ້ຮັບຄວາມສົນໃຈຈາກຜູ້ຄົນຫຼາຍຍິ່ງຂຶ້ນ ແລະ ນັ້ນມັນເຮັດໃຫ້ຮ້ານອາຫານຂອງລາວເປັນທີ່ຮູ້ຈັກຫຼາຍຂຶ້ນອີກດ້ວຍ ລາວຈຶ່ງເບິ່ງວ່າການໃສ່ທອງ ນຳຄວາມໂຊກດີມາໃຫ້ ແລະ ຈະບໍ່ເຊົາໃສ່ ເຖິງຈະມີຄວາມສ່ຽງ
ແນວໃດກໍຕາມເພື່ອລົດຄວາມສ່ຽງ Seven Ball ຕັດສິນໃຈຈ້າງບໍດິກາດມາຄອຍຄຸ້ມກັນ

ນອກຈາກເວລາອາບນໍ້າ ແລະ ເວລານອນແລ້ວ Seven Ball ໃສ່ທອງແທບຈະຕະຫຼອດເວລາ ເຂົາບອກວ່າ ຫຼັງຈາກຕື່ນນອນ ອາບນໍ້າແລ້ວ ເຂົາຈະສວມໃສ່ທອງທັນທີ
Seven Ball ເວົ້າຕິດຕະລົກວ່າ ແຮງບັນດານໃຈໃນການຫາເງິນຄື ເພື່ອຊື້ທອງ ແລະ ເຂົາຈະບໍ່ຢຸດສໍ່ານີ້ ແຕ່ຈະຫາທອງມາໃສ່ເພີ່ມຫຼາຍຂຶ້ນເລື້ອຍໆ

Leave a Reply

Your email address will not be published. Required fields are marked *

You cannot copy content of this page