ຣັດເຊຍກຽມເສີມກຳລັງ! ເນັ້ນເປົ້າໝາຍຫຼັກໃນຢູເຄຼນ 2ລັດໃນດອນບາສ

ຣັດເຊຍກຽມເສີມກຳລັງ! ເນັ້ນເປົ້າໝາຍຫຼັກໃນຢູເຄຼນ ປົກປ້ອງ2ລັດໃນດອນບາສ

ເປົ້າໝາຍຫຼັກໃນປະຕິບັດການທາງທະຫານຂອງຣັ້ດເຊຍໃນຢູເຄຼນຄືປົກປ້ອງສາທາລະນະລັດປິຊາຊົນໂດເນດແລະລູຮັນ ຈາກການເນັ້ນຢໍ້າຂອງເຄຼມລິນ ຫຼັງຈາກຜູ້ນໍາຂອງໜື່ງໃນ 2 ແຄ້ວນແບ່ງແຍກດິນແດນ ຮຽກຮ້ອງຂໍກໍາລັງສະໜັບສະໜູນເພີ່ມຕືມຈາກມອສໂກ.

ເດນິສ ປູຊີລິນ ຜູ້ນໍາໂດເນດ ແຄວ້ນແບ່ງແຍກດິນແດນຂອງຢູເຄຼນ ທີ່ໄດ້ຮັບການສະໜັບສະໜູນຈາກຣັດເຊຍ ເປີດເຜີຍກ່ອນໜ້ານີ້ວ່າມີການສູ້ຮົບແລະຍິງປືນໃຫຍ່ໜັກໜ່ວງຂື້ນໃນພູມມີພາກແຖບນີ້ພ້ອມຮຽກຮ້ອງ “ ທຸກກອງກໍາລັງມີຄວາມຈໍາເປັນ ໃນນັ້ນລວມເຖິງກອງກໍາລັງພັນທະມິດແລະກອງກໍາລັງສະຫະລັດຣັດເຊຍ ຈະເຂົ້າຮ່ວມເພື່ອຕອບໂຕ້ສັດຕູ”

ສື່ມວນຊວນແຫ່ງລັດຂອງຣັດເຊຍ ລາຍງານອ້າງຄໍາກ່າວຂອງ ດະມິທີ ເປຄັອບໂຄສົກຂອງວັງເຄຼມລິນລະບຸວ່າ “ ໂດຍທົ່ວໄປແລ້ວການປົກປ້ອງສາທາລະນະລັດທັງ 2ຄືເປົ້າໝາຍຫຼັກຂອງປະຕິບັດການພິເສດດ້ານການທະຫານ”

ເຊິ່ງມີລາຍງານວ່າພົນມະລະເມືອງຫຼາຍຄົນໃນນັ້ນລວມເຖິງເດັກ 1ຄົນເສຍຊີວິດຈາກລູກປືນໃຫຍ່ ແລະ ຣັດເຊຍກ່າວຫາວ່າເປັນຝີມືຂອງຝ່າຍຢູເຄຼນແລະບໍ່ສາມາດຢືນຢັນຄໍາກ່າວອ້າງຂອງຣັດເຊຍກ່ຽວກັບການລະດົມຍິງປືນໃຫຍ່ໂຈມຕີແຄວ້ນໂດເນດໜັກໜ່ວງຂື້ນ ແລະ ຍັງບໍ່ມີປະຕິກິລິຍາມາຈາກຄຽບກ່ຽວກັບສະຖານະການດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page