ໂຈນລະບາດ! ເຈົ້າເມືອງໂພນໂຮງ ແຈ້ງປະຊາຊົນໃຫ້ເກັບມ້ຽນຊັບສິນດີໆ

ໂຈນລະບາດ! ເຈົ້າເມືອງໂພນໂຮງ ແຈ້ງປະຊາຊົນໃຫ້ເກັບມ້ຽນຊັບສິນດີໆ

ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດຕຸບັນ, ສະພາບປະກົດການຫຍໍ້ທໍ້ ລັກຊັບ ທີ່ເກີດຂຶ້ນຢູ່ເມືອງໂພນໂຮງ ແຂວງວຽງຈັນ ແລະ ເພື່ອເປັນການຕ້ານສະກັດກັ້ນບັນດາປະກົດການຫຍໍ້ທໍ້ ໃນໄລຍະຜ່ານມາ ເຈົ້າເມືອງໆໂພນໂຮງຈຶ່ງໄດ້ອອກແຈ້ງການດັ່ງນີ້:

1. ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ ທະຫານ ຕຳຫຼວດ, ພໍ່ຄ້າ-ຊາວຂາຍ ທົ່ວເມືອງໂພນໂຮງໃຫ້ເອົາໃຈໃສ່ປົກປັກຮັກສາມ້ຽນມັດ ຊັບສິ່ງຂອງ ຂອງຕົນໃຫ້ດີ ເຊັ່ນ ມ້ຽນມັດ ຮັກສາ ບໍ່ໃຫ້ບັງອາດເປີດແປນ, ພ້ອມທັງຊ່ວຍເປັນຫູເປັນຕາຕິດຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ

2. ໃຫ້ເຈົ້າຂອງກິດຈະການ, ເຈົ້າຂອງໂຮງແຮມ, ບ້ານພັກ, ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ,ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ – ໂຮງງານ, ຮ້ານກີນດື່ມ, ຮ້ານບັນເທິງ ແລະ ອື່ນໆ ແມ່ນໃຫ້ມີສະຖານທີ່ຝາກລົດຈັກ ຫຼື ບ່ອນຈອດລົດໃຫ່ຍສະເພາະ ແລະ ຢາກໃຫ້ຕິດຕັ້ງກ້ອງວົງຈອນປິດ ພ້ອມທັງໃຫ້ມີຜູ້ເຝົ້າຍາມ

3. ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ ທະຫານ ຕໍາຫຼວດ, ເຈົ້າຂອງໂຮງແຮມ, ບ້ານພັກ, ເຮືອນພັກ, ຫ້ອງແຖວ, ຫ້ອງເຊົ່າ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ, ຕະຫຼາດ, ໂຮງຈັກ – ໂຮງງານ, ຮ້ານກີນດື່ມ, ຮ້ານບັນເທີງ ແລະ ອື່ນໆ ເອົາໃຈໃສ່ຕິດຕາມ ຊ່ວຍເປັນຫູ ເປັນຕາຊ່ວຍຕິດຕາມການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີ ເນື່ອງຈາກວ່າ:

ກຸ່ມຄົນບໍ່ດີ ປັດຈຸບັນເຄື່ອນໄຫວກໍ່ການກະທຳຜິດ ຖືເອົາບ້ານພັກ, ໂຮງແຮມ, ຫ້ອງແຖວ, ຫ້ອງເຊົ່າ ເປັນບ່ອນອາໃສຢູ່ເຄື່ອນໄຫວກໍ່ການກະທຳຜິດ. ຖ້າກໍລະນີພົບເຫັນພວກກຸ່ມຄົນບໍ່ດີ ຫຼື ກໍລະນີເປັນການສົງໃສ ໃຫ້ແຈ້ງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເຊັ່ນ ນາຍບ້ານ, ປກສ ບ້ານ, ປກຊ ບ້ານ, ປກສ ກຸ່ມບ້ານ ຫຼື ເຈົ້າໜ້າທີ່

4. ຫ້າມພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານຕຳຫຼວດ, ພໍ່ຄ້າຊາວຂາຍ ຮັບຊື້ຊັບສິ່ງຂອງທີ່ຜິດກົດໝາຍຢ່າງເດັດຂາດ ເປັນຕົ້ນ ລົດຈັກ, ລົດໃຫຍ່ ຫຼື ຮັບຊວດຈຳ ແລະ ອື່ນໆ ໂດຍທີ່ບໍ່ຖືກຕ້ອງ. ຖ້າຫາກເຈົ້າໜ້າທີ່ກວດກາພົບເຫັນຈະໄດ້ຍຶດຊັບສິ່ງຂອງດັ່ງກ່າວ ມາດໍາເນີນການສືບສວນ-ສອບສວນ ໂດຍຜູ້ຊື້ຈະບໍ່ມີການຕໍ່ວ່າ

5. ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານທະຫານ, ຕໍາຫຼວດ ເວລາຈັດງານລ້ຽງ, ງານສ້າງສັນ ຫຼື ງານດອງ, ກິນທານ ແລະ ອື່ນໆ ຢູ່ຕາມບ້ານ – ສະຖານທີ່ຕ່າງໆ ໃຫ້ມີຜູ້ເຝົ້າຍາມລົດ ( ມີຜູ້ປ້ອງກັນ )

Leave a Reply

Your email address will not be published. Required fields are marked *

You cannot copy content of this page