ເຊເລັນສະກີເວົ້າດາດຜູ້ນຳເຢຍລະມັນໃຈປັອດ! ເຊົາຢ້ານຣັດເຊຍໄດ້ແລ້ວ
ປະທານາທິບໍດີໂວໂລດີມີ ເຊເລນສະກີ ແຫ່ງຢູເຄຼນ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ໂວລາບ ຊອນ ແຫ່ງເຢຍລະມັນ ມອບຄວາມຊ່ວຍເຫຼືອແກ່ຄຽບ “ ເຕັມສູບ” ຍິ່ງກວ່ານີ້ ໂດຍເບິ່ງວ່າທີ່ຜ່ານມາຜູ້ນໍາເມືອງເບຍຟາງແຕ່ “ກັງວົນຫຼາຍເກີນໄປ” ວ່າການຊ່ວຍເຫຼືອຢູເຄຼນອາດຈະກະທົບສາຍສໍາພັນກັບຣັດເຊຍ
ຄໍາເວົ້າຂອງຜູ້ນໍາຢູເຄຼນມີຂື້ນທ່າມກາງການຄາດໝາຍວ່າ ຊອນ ອາດຈະເດີນທາງເຢືອນກຣຸງຄຽບພ້ອມກັບປະທານາທິບໍດີ ເອມມານູເອ ມາຄົງ ແຫ່ງຝຣັ່ງເສດ ແລະ ນາຍົກລັດຖະມົນຕີ ມາຣິໂອ ດາກີ ແຫ່ງອີຕາລີ ຈະຖືເປັນການໄປເຢືອນຢູເຄຼນຄັ້ງທໍາອິດຂອງຜູ້ນໍາທັງສາມນັບຕັ້ງແຕ່ສົງຄາມລະເບີດຂື້ນ.
“ ສິ່ງທີ່ເຮົາຕ້ອງການຈາກນາຍົກ ຊອນ ກໍຄືຄວາມໝັ່ນໃຈວ່າເຢຍລະມັນຈະສະໜັບສະໜູນຢູເຄຼນ ແລະ ລັດຖະບານຂອງເຂົາຕ້ອງຕັດສິນໃຈວ່າເລືອກຢູເຄຼນ ຫຼື ຄວາມສໍາພັນກັບຣັດເຊຍ” ເຊເລນສະກີໃຫ້ສໍາພາດ.
ໜັງສືພິມຂອງອີຕາລີ່ລາຍງານວ່າ ຜູ້ນໍາຢູໂຣບ 3ຄົນກຽມຕົວຈະເດີນທາງໄປຢູເຄຼນ ນະຂະທີ່ໜັງສືພີມຂອງເຢຍລະມັນລາຍງານວ່າການເຢືອນດັ່ງກ່າວຈະມີຂື້ນກ່ອນການປະຊຸມສຸດຍອດຜູ້ນໍາກຸ່ມປະເທດອຸດສາຫະກໍາຊັ້ນນໍາ G7 ເຊິ່ງຈະຈັດຂື້ນໃນຊ່ວງທ້າຍເດືອນມີຖຸນາ.