ເລີ່ມປ່ວນ! ເຈົ້າຂອງປ້ຳນ້ຳມັນສະຫະລັດທົນບໍ່ໄຫວຢຸດຂາຍປະທ້ວງຫຼັງລາຄາພຸ່ງຂຶ້ນບໍ່ຢຸດ

ເລີ່ມປ່ວນ! ເຈົ້າຂອງປ້ຳນ້ຳມັນສະຫະລັດທົນບໍ່ໄຫວຢຸດຂາຍປະທ້ວງຫຼັງລາຄາພຸ່ງຂຶ້ນບໍ່ຢຸດ

ເຈົ້າຂອງສະຖານີບໍລິການແຫ່ງໜື່ງໃນລັດແມສຊາຊູເຊດ ສະຫະລັດ ຕັດສີນໃຈຢຸດຂາຍນໍ້າມັນປະທ້ວງລາຄາທີ່ພຸ່ງສູງບໍ່ຢຸດໂດຍກ່າວໂທດບໍລິສັດພະລັງງານຍັກໃຫຍ່ຂອງປະເທດວ່າ “ ກໍາລັງປົ້ນປະຊາຊົນ”

ເຣໂນ ກາດູ ເຈົ້າຂອງປໍ້າ Ren’s Mobil ໃຫ້ສໍາພາດວ່າ ແມສ ນິວ ເຂົາສະແດງຈຸດຢືນຕໍ່ຕ້ານລາຄາເຊື້ອໄຟທີ່ພຸ່ງສູງດ້ວຍການຕິດປ້າຍ “ ນໍ້າມັນໝົດ” ບໍລິເວນຕູ້ຈ່າຍຂອງສະຖານີບໍລິການໃນເມືອງແອມເຮິດ.

“ ມັນຍາກສໍາຫຼັບຜູ້ຄົນທີ່ເຮັດວຽກເໝື່ອນໃນໂຮງງານຫຼືສະຖານທີ່ໃດກໍຕາມເປັນເວລາ 30-40ຊົ່ວໂມງຕໍ່ມິດ ແຕ່ບໍ່ມີເງີນພໍເຕີມນໍ້າມັນລົດເພື່ອໄປເຮັດວຽກ ຂ້ອຍບໍ່ຕ້ອງການເປັນສ່ວນໜື່ງໃນສິ່ງນັ້ນ” ກາດູລະບຸ

ລາຄາສະເລ່ຍນໍ້າມັນເຊື້ອໄຟໜ້າປໍ້າພຸ່ງທະລຸ 5ດອນລາຕໍ່ແກລອນເປັນຄັ້ງທໍາອິດໃນປະວັດຕິສາດສະຫະລັດ ຈາກການເປີດເຜີຍຂອງສະມາຄົມລົດແຫ່ງອາເມລິກາ.

ທັ້ງນີ້ ລາຄາລະດັບສູງສຸດເປັນປະຫວັດສາດມີຂື້ນທ່າມກາງຕົວເລກເງີນເຟີ້ທີ່ພຸ່ງທະຍານຕໍ່ເນື່ອງດົນຫຼາຍເດືອນ ແລະ ເປັນຕົວແທນຂ່າວຮ້າຍລ່າສຸດສໍາລັບປະທານາທິບໍດີໂຈ ໄບເດັນ ໃນຂະນະທີ່ເຫຼືອເວລາພຽງອີກ 5ເດືອນ ກ່ອນເຖິງສຶກເລືອກຕັ້ງກາງພາກອັນສໍາຄັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page