ຣັດເຊຍບໍ່ຫວັ່ນ ຍັງຂາຍນໍ້າມັນໄດ້ 9.7ໝື່ນລ້ານໂດລາ ຫຼັງເລີ່ມສົງຄາມຢູເຄຼນ.

ຣັດເຊຍບໍ່ຫວັ່ນ ຍັງຂາຍນໍ້າມັນໄດ້ 9.7ໝື່ນລ້ານໂດລາ ຫຼັງເລີ່ມສົງຄາມຢູເຄຼນ.

ເຊິ່ງໄດ້ມີການເຜີຍວ່າ ຣັດເຊຍຍັງສົ່ງນໍ້າມັນໄດ້ກວ່າ 9.7ໝື່ນລ້ານໂດລາ ເຖິງຈະຖືກຊາດຕາເວັນຕົກລຸມຂວ້ຳບາດຫຼັງມອສໂກຍົກທັບບຸກໂຈມຕີຢູເຄຼນ. ຈາກການລາຍງານອ້າງການເປີດເຜີຍຂອງອົງກອນອິດສະລະ

“ ສູນເພືອ່ການວິໄຈພະລັງງານແລະອາກາດ”ກ່າວວ່າ ຣັດເຊຍຍັງສົ່ງອອກນໍ້າມັນແລະກ໊າສທໍາມະຊາດໄດ້ເງີນເຖິງ 9.7ໝື່ນລ້າຍນໂດລາສະຫະລັດ ໃນຊ່ວງ 1400ວັນຫຼັງສົງຄາມຢູເຄຼນເລີ່ມຕົ້ນຂື້ນ.

ລາຍໄດ້ຈາກການຂາຍນໍ້າມັນແລະກ໊າສທຳມະຊາດຂອງຣັດເຊຍຫຼຸດລົງຕັ້ງແຕ່ເດືອນມີນາເປັນຕົ້ນມາຈາກເກົ່າທີ່ເຄີຍຂາຍໄດ້ຫຼາຍກວ່າ 1ພັນລ້ານໂດລາ ເນື່ອງຈາກຖືກຫຼາຍປະເທດໂດຍສະເພາະຊາດຕາເວັນຕົກຂວ້ຳບາດ ແຕ່ລາຍໄດ້ໃນສ່ວນນີ້ຂອງພວກເຂົາກໍຍັງສູງກວ່າຄ່າໃຊ້ຈ່າຍທີ່ພວກເຂົາໃຊ້ໃນສົງຄາມຢູເຄຼນ ເຊິ່ງຄາດວ່າຈະຢູ່ທີ່ 876ລ້ານໂດລາຕໍ່ມື້

ທັ້ງນີ້ສະຫະພາບຢູໂຣບມີແຜນແບນການນໍາເຂົ້ານໍ້າມັນຈາກຣັດເຊຍທາງທະເລໃນທ້າຍປີ2565 ເຊິ່ງຈະຕັດຫຼຸດການນໍາເຂົ້ານໍ້າມັນໄດ້ກວ່າ 2ໃນ 3 ຂະນະທີ່ຊ່ວງເດືອນມີນາທີ່ຜ່ານມາ EU ກໍໃຫ້ຄໍາໝັ່ນສັນຍາວ່າຈະຫຼຸດການນໍາເຂົ້າກ໊າສທໍາມະຊາດຈາກຣັດເຊຍໃຫ້ໄດ້ 2ໃນ3ພາຍໃນ 1ປີ ແຕ່ຈົນເຖິງຕອນນີ້ ພວກເຂົາຍັງຕົກລົງແຜນການແບນທີ່ຊັດເຈນບໍ່ໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page