ສີລັງກາ ອະນຸຍາດໃຫ້ພະນັກງານລັດຢຸດພັກວຽກໄປປູກຜັກ

ສີລັງກາ ອະນຸຍາດໃຫ້ພະນັກງານລັດຢຸດພັກວຽກໄປປູກຜັກ

ອີງຕາມຂ່າວຈາກ ສີລັງກາ, ວັນທີ 14 ມິຖຸນາ 2022 ນີ້, ສີລັງກາ ພວມຜະເຊີນວິກິດດ້ານອາຫານ ເຊັ່ນດຽວກັນກັບ ນ້ຳມັນ ແລະ ຢາປິ່ນປົວພະຍາດ. ຂະນະທີ່ ໄພເງິນເຟີ້ສູງຂຶ້ນ ສົ່ງຜົນກະທົບ ຕໍ່ລາຍໄດ້ ຄົວເຮືອນ.

ດັ່ງນັ້ນ, ຄະນະລັດຖະມົນຕີ ອະນຸຍາດໃຫ້ພະນັກງານລັດ ໃຊ້ວັນພັກພິເສດທຸກວັນສຸກ ເປັນເວລາ 3 ເດືອນ ໂດຍບໍ່ ໄດ້ຫັກເງິນເດືອນ ຍົກເວັ້ນເຈົ້າໜ້າທີ່ບໍລິຫານທີ່ຈຳເປັນ ໄປປູກຜັກສວນຄົວ ເພື່ອແກ້ໄຂບັນຫາຂາດແຄນອາຫານ ໃນຕໍ່ໜ້າ.

ຂະນະທີ່ ລັດຖະບານ ຈະອຳນວຍຄວາມສະດວກ ທີ່ຈຳເປັນໃຫ້ ເພື່ອຍົກສູງການດຳລົງຊີວິດໃຫ້ດີຂຶ້ນ. ນອກຈາກນີ້ ພະນັກງານລັດ ບໍ່ຕ້ອງເດີນທາງ ມາເຮັດວຽກ ເພື່ອຊ່ວຍຫລຸດຜ່ອນ ການນຳໃຊ້ ນ້ຳມັນແພງ ແລະ ຂາດແຄນນ້ຳມັນ ນັບມື້ຫລາຍຂຶ້ນກວ່າເກົ່າ.

ສຳລັບພະນັກງານລັດສີລັງກາ ປະມານ 1,5 ລ້ານຄົນ ຖ້າມີຄວາມຕ້ອງການ ອອກໄປເຮັດວຽກ ຢູ່ຕ່າງປະເທດ ສາມາດລາພັກ ແບບບໍ່ຮັບເງິນເດືອນ ໄດ້ເຖິງ 5 ປີ ໂດຍບໍ່ກະທົບກັບຄວາມອາວຸໂສ ຫລື ບຳນານ. ການເຄື່ອນໄຫວຄັ້ງນີ້ ເພື່ອກະຕຸ້ນ ໃຫ້ປະຊາຊົນ ໄປເຮັດວຽກຕ່າງແດນ ຫລາຍຂຶ້ນ ແລ້ວສົ່ງເງິນກັບຄືນ ປະເທດ ເນື່ອງຈາກ ສີລັງກາ ຂາດແຄນ ເງິນຕາ ຕ່າງປະເທດ ເພື່ອຫາຊື້ ສິນຄ້າ ນຳເຂົ້າ ແລະ ອື່ນໆອີກ.

ທີ່ມາຂ່າວຈາກ: ສຳນັກຂ່າວສານປະເທດລາວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page