ໄບເດັນ ໂວຍບໍລິສັດພະລັງງານກອບໂກຍເອົາເງິນບົນຄວາມທຸກຊາວອາເມຣິກາ
ປະທານາທິບໍດີໂຈ ໄບເດັນ ໂວຍວາຍໃສ່ເອັກຊອນ ຍັກໃຍຫ່ພະລັງງານສັນຊາດອາເມຮິກາ ກ່າວຫາບໍລິສັດແຫ່ງນີ້ “ ກໍາລັງໂກຍເງີນລາຍກວ່າພະເຈົ້າ” ໃນຂະນະທີ່ປະຊາຊົນຊາວຊະສະລັດ ກໍາລັງປະເຊີນຄວາມທຸກທໍລະມານ ແນວໃດກໍຕາມທາງເອັກຊອນ ອອກມາຕອບໂຕ້ວ່າພວກເຂົາໄດ້ຍົກລະດັບກໍາລັງຜະລິດແລ້ວ
ໃນຂະນະທີ່ພວກຝ່າຍອານຸລັກນິຍົມກ່າວໂທດລາຄານໍ້າມັນທີ່ພຸ່ງສູງ ວ່າມີຕົ້ນຕໍມາຈາກນະໂຍບາຍຕ່າງໆ ຂອງໄບເດັນເອງ.
ລະຫວ່າງຖະແຫຼ່ງຂ່າວທີ່ທ່າເຮືອໃນລອັດແອງເຈີລິດ ໄບເດັນຫຍິບຍົກແພະຮັບບາບຕ່າງໆ ກ່າວໂທດວ່າ
ເປັນຕົ້ນຕໍຂອງລາຄານໍ້າມັນພຸ່ງສູງສຸດເປັນປະວັດຕິການໃນສະຫະລັດ ແລະ ເງີນເຟີ້ແຕະລະດັບສູງສຸດໃນຮອບ 40ປີ ໃນນັ້ນລວມເຖິງພາກອຸດສາຫະກໍາຂົນສົ່ງ ແລະ ປະທານາທິບໍດີວະລາດິມີ ປູຕິນ ແຫ່ງສະຫະລັດເຊຍ ເຊັ່ນດຍວກັບບັນຫາຕິດຂັດໃນຫ່ວງໂຊອຸປະທານ.
ໃນເລື່ອງລາຄານໍ້າມັນທີ່ພຸ່ງສູງ ໄບເດັນລັອກເປົ້າໄປທີ່ເອັກຊອນ ບໍລິສັດພະລັງງານຍັກໃຫຍ່ ສໍາລັບການຊື້ຫຸ້ນຄືນ ແທນທີ່ຈະນໍາສະພາບຄ່ອງທີ່ເຫຼືອຈາກການດໍາເນີນງານເຫຼົ່ານັ້ນໄປລົງທືນຂາຍກິດຈະການຂຸດເຈາະ.
“ ເອັກຊອນທໍາເງີນຫຼາຍກວ່າພະເຈົ້້າອີກໃນປີນີ້” ເຂົາບອກກັບຜູ້ສື່ຂ່າວ “ ສິ່ງທໍາອິດທີ່ຢາກເວົ້າກໍຄື ພວກບໍລິສັດນໍ້າມັນບໍ່ໄດ້ ຂຸດເຈາະເພາະພວກເຂົາຈະທໍາເງີນຫຼາຍຂື້ນ ຫາກບໍ່ຜະລິດນໍ້າມັນເພີ່ມເຕີມ”