ເຕືອນລ່າສຸດຈາກລັດເຊຍ! ຂູ່ເອີຣົບຈະຫາຍສາບສູນໃນນິວເຄຼຍ ຖ້າຍັງຝືນສົ່ງຂີປະນາວຸດໃຫ້ຢູເຄຼນ

ຣັດເຊຍຂູ່ຢູໂຣບຈະຫາຍສາບສູນ ໃນນິວເຄຼຍວັນສີ້ນໂລກ ຖ້າສົ່ງຂີປະນາວຸດໃຫ້ຢູເຄຼນ.

ຣັດເຊຍເຕືອນກ້າວ ຊາດຕາເວັນຕົກລ່າສຸດ ຢູໂຣບຈະຫາຍສາຍສູນ ຈາກຫາຍະນະນິວເຄຼຍ ວັນສີ້ນໂລກ ຫາກຍັງຝືນສົ່ງຂີປະນາວຸດຊ່ວຍຢູເຄຼນສູ້ກັບຣັດເຊຍ. ທ່ານ ເວຍຊາລາບ ໂວໂລດິນ ປະທານສະພາດູມາ

ອອກຄໍາເຕືອນຄັ້ງໃໝ່ລ່າສຸດໄປເຖິງບັນດາຊາດຕາເວັນຕົກວ່າຢູໂຣບຈະຫາຍສາບສູນໃນຫາຍະນະນິເຄຼຍ ວັນສີ້ນໂລກ ຫາກຍັງຝືນສົ່ງຂີປະນາວຸດມາໃຫ້ຢູເຄຼນສູ້ືກັບຣັດເຊຍ.

ທ່ານ ໂວໂລດິນ ປະທານສະພາດູມາ ໄດ້ອອກມາເຕືອນຊາດຕາເວັນຕົກຄັ້ງລ່າສຸດ ເພື່ອຕອບໂຕ້ ທ່ານ Radoslaw Sikorski ອະດີດລັດຖະມົນຕີກະຊວງການຕ່າງປະເທດຂອງໂປແລນ ທີ່ໄດ້ກ່າວຮຽກໃຫ້ຊາດພັນທະມິດຕາເວັນຕົກສົ່ງອາວຸດຢຸດໂທປະກອນມາຊ່ວຍຢູເຄຼນຕໍ່ສູ້ກັບກອງກໍາລັງຣັດເຊຍທີ່ທໍາສົງຄາມໃນຢູເຄຼນ.

ເຊິ່ງໄດ້ມີການອ້າງວ່າ ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ໄດ້ລະເມີດຄວາມຕົກລົງເລື່ອງການປະກັນຄວາມໝັ່ນຄົງ ເຊິ່ງໄດ້ຕົກລົງກັນທີ່ກຣຸງບູດາເປ ເມືອງຫຼວງປະເທດຮັງກາຣີ ແລະ ການທີ່ຊາດຕາເວັນຕົກສົ່ງຂີປະນາວຸດ ແລະ ອາວຸດຍຸດໂທປະກອນ ມາຊ່ວຍຢູເຄຼນ ຈະເຮັດໃຫ້ຢູເຄຼນມີໂອກາດໃນການປົກປ້ອງເອກະລາດຈາກການຮຸກຮານຂອງຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page