ຄ່າເງິນບາດ ອ່ອນຄ່າຫລາຍທີ່ສຸດໃນຮອບ 5 ປີ !
ຄ່າເງີນບາດດີດແຕະ 34.98 ບາດຕໍ່ໂດລາສະຫະລັດເປັນເທື່ອທຳອິດໃນຮອບ 5 ປີ ຫຼັງຈາກທີ່ຕົວເລກ CPI ຫລື ມາດວັດເງິນເຟີສະຫະລັດທີ່ວັດຈາກຝັ່ງຜູ້ບໍລິໂພກທີ່ລາຍງານອອກມາມື້ວັນແລ້ວນີ້ +8.6%
ແລະສູງກວ່າທີ່ຕະຫລາດຄາດການໄວ້ທີ່ +8.3% ເຮັດໃຫ້ນັກລົງທຶນກັງວົນວ່າ FED ບໍ່ສາມາດຄຸມເງີນເຟີ້ໄວ້ໄດ້ແທ້ ແລະອາດຕ້ອງເລັ່ງການຂຶ້ນດອກເບ້ຍ ຈົນລ່າສຸດຕະຫລາດພັນທະບັດສະຫະລັດຖືກເທຂາຍຈົນ Bond Yield ດີດແຕະ 3.39%
ແລະສົ່ງສັນຍານຮັບຮູ້ເຂົ້າໄປວ່າ FED ຈະຂຶ້ນການຂຶ້ນດອກເບ້ຍເປັນ +0.75% ໃນການປະຊຸມເທື່ອໃດເທື່ອໜຶ່ງໃນ 3 ເທື່ອໜ້າແລ້ວ (ແຕ່ຍັງບໍ່ແນ່ໃຈວ່າຈະເປັນໃນອາທິດນີ້ຫລືບໍ່)
ນອກຈາກຄວາມກັງວົນນີ້, ຈະສົ່ງແຮງກົດດັນໄປເຮັດໃຫ້ “ຕະຫລາດຫຸ້ນ” ແລະ “ຕະຫລາດຄຣິບໂຕ” ແລ້ວ ຍັງເຮັດໃຫ້ເງີນໄຫຼເຂົ້າສູ່ເງິນໂດລາ ທີ່ດອກເບ້ຍກຳລັງຈະຂຶ້ນສູງກວ່າທີ່ຄາດໄວ້ອີກ.
ແລະດ້ວຍແຮງທີ່ແຂງຄ່າຂຶ້ນຂອງໂດລາກໍເຮັດໃຫ້ “ຄ່າເງີນບາດ” ດີດແຕະ 34.98 ບາດຕໍ່ໂດລາ ຫລືສ້າງສະຖິຕິອ່ອນຄ່າທີ່ສຸດໃນຮອບ 5 ປີແລ້ວ
ທີ່ມາ: ນັກທຸລະກິດ New CEO Laos