ຄັງແສງນິວເຄຼຍທົ່ວໂລກມີແນວໂນ້ມເພີ່ມຂຶ້ນ ເຫດສົງຄາມຣັດເຊຍ-ຢູເຄຼນ
ສະຖາບັນວິໄຈສັນຕິພາບລະຫວ່າງປະເທດແຫ່ງກຸງສຕັອກໂຣມ(SIPRI) ອອກລາຍງານຄາດການໃນມື້ນີ່ວ່າຈຳນວນຄັງແສງອາວຸດນິວເຄຼຍທົ່ວໂລກມີແນວໂນ້ມເພີ່ມຂຶ້ນໃນອີກບໍ່ຫຼາຍປີຂ້າງໜ້າ
ເຊິ່ງຈະເປັນການເພີ່ມຂຸ້ນນັບຕັ້ງແຕ່ຍຸກສົງຄາມເຍັນ ຂະນະດຽວກັນຄວາມສ່ຽງທີ່ອາວຸດດັ່ງກ່າວຈະຖືກນຳມາໃຊ້ງານນັ້ນ ພຸ່ງຂຶ້ນສູງທີ່ສຸດໃນຮອບຫຼາຍທົດສະວັດ ອັນເນື່ອງມາຈາກຄວາມຂັດແຍ່ງທາງການທະຫານ
ງານວິໃຈສຸດໃໝ່ຈາກSIPRI ລະບຸວ່າ ການທີ່ຣັດເຊຍສົ່ງກອງກຳລັງທະຫານຮຸກຮານຢູເຄຼນ ແລະ ແຮງສະໜັບສະໜູນຢູເຄຼນຈາກເຂດຕາເວັນຕົກໄດ້ເພີ່ມຄວາມຕຶງຄຽດໃຫ້ກັບປະເທດທີ່ຖືຄອງອາວຸດນິວເຄຼຍທັງ9ແຫ່ງຂອງໂລກ
SIPRI ກ່າວວ່າ ເຖິງວ່າຈຳນວນອາວຸດນິວເຄຼຍຈະລົດລົງເລັກນ້ອຍໃນຊ່ວງເດືອນມັງກອນ2021ເຖິງເດືອນມັງກອນ2022ແຕ່ຖ້າຫາກບໍ່ມີການໃຊ້ມາດຕະການຄວບຄຸມອາວຸດນິວເຄຼຍ ຄັງແສງຫົວຮົບນິວເຄຼຍທົ່ວໂລກຈະມີຈຳນວນເພີ່ມຂຶ້ນເປັນຄັ້ງທຳອິດໃນຮອບຫຼາຍທົດສະວັດໃນອີກບໍ່ດົນນີ້
ວິວເຟັກ ວານ ຜູ້ອຳນວຍການໂຄງການດ້ານອາວຸດທີ່ມີອານຸພາບທຳລາຍລ້າງສູງ(Weapons of Mass Destruction Programme ຫຼື WMD Prodramme) ຂອງ SIPRI ກ່າວໃນລາຍງານປະຈຳປີວ່າບັນດາປະເທດທີ່ຖືຄອງອາວຸດນິວເຄຼຍກຳລັງຮວບຮວມ ແລະ ຍົກລະດັບຄັງອາວຸດຂອງຕົນເຊິ່ງສ່ວນໃຫຍ່ຫັນມາໃຊ້ການສົນທະນາກ່ຽວກັບອວຸດນິວເຄຼຍ ອ້າງເຖິງບົດບາດຂອງອາວຸດດັ່ງກ່າວໃນກົນລະຍຸດທາງການທະຫານ
ທັ້ງນີ້ ໃນຊ່ວງສາມມື້ຫຼັງຈາກທີ່ຣັດເຊຍບຸກໂຈມຕີຢູເຄຼນໂດຍອ້າງວ່າເປັນ ປະຕິບັດການພິເສດທາງທະຫານ ນັ້ນ ວາດິເມຍ ປູຕິນ ໄດ້ກຳໜົດໃຫ້ມີການກຽມພ້ອມອາວຸດນິວເຄຼຍເປັນພິເສດ ພ້ອມທັງຂູ່ວ່າ ປະເທດທີ່ຂັດຂວາງລັດເຊຍຈະໄດ້ຮັບຜົນກະທົບທີ່ຮ້າຍແຮງຢ່າງທີ່ບໍ່ເຄີຍເຫັນມາກ່ອນໃນປະຫວັດສາດ