ຢ່າຟ້າວຍອມ! ສະຫະລັດຈະປະກາດສົ່ງມອບອາວຸດແກ່ຢູເຄຼນເພີ່ມ ຂານຮັບຄໍາຮ້ອງຂໍເຊເລນສະກີ.

ຢ່າຟ້າວຍອມ! ສະຫະລັດຈະປະກາດສົ່ງມອບອາວຸດແກ່ຢູເຄຼນເພີ່ມ ຂານຮັບຄໍາຮ້ອງຂໍເຊເລນສະກີ.

ຄາດມາຍວ່າສະຫະລັດຈະຖະແຫຼງໃໝ່ສົ່ງມອບອາວຸດແລະຍຸດໂທປະກອນແກ່ຢູເຄຼນເພີ່ມເຕີມເພື່ອຊ່ວຍຄຽບສູ້ຮົບກັບຣັດເຊຍ. ເຈົ້ານ້າທີ່ຢູເຄຼນເຕືອນວ່າຣັດເຊຍກໍາລັງລຸກຄືບຫຼາຍຂືນເລື້ອຍໆ ໃນເຂດດອນບາສ ທາງພາກຕາເວັນອອກຂອງຢູເຄຼນ

ໂດຍສະເພາະໃນເມືອງຊີວີໂຣໂດເນດ ສະນາມຮົບທີ່ມີການສູ້ຮົບຢ່າງໜັກນ່ວງທີ່ສຸດໃນຊ່ວງຫຼາຍມື້ທີ່ຜ່ານມາ ແລະ ເຈົ້າໜ້າທີ່ຢູເຄຼນບາງສ່ວນຍອມຮັບວ່າຫາກປາສະຈາກອາວຸດເພີ່ມເຕີມ ມັນຈະເປັນເລື່ອງຍາກລໍາບາກຫຼາຍຂື້ນ ໃນການສະກັດກັ້ນການລຸກຄືບຂອງຣັດເຊຍ ຫຼື ທວງຄືນພື້ນທີ່ ທີ່ຖຶກຍືດຄອງໃນເຂດແຫ່ງນີ້.

ເຈົ້້າໜ້າທີ່ໄດ້ໃຫ້ລາຍລະອຽດວ່າມີປະເທດໃດແດ່ທີ່ຈະຖະແຫຼງໃໝ່ດ້ານຄວາມໝັ່ນຄົງຫຼືອາວຸດຍຸດໂທອຸປະກອນໃດທີ່ພວກເຂົາຈະສົ່ງມອບແກ່ຢູເຄຼນ ແຕ່ເນັ້ນຢໍ້າວ້າສະຫະລັດ “ ເຮັດວຽກຢ່າງໃກ້ຊິດ” ກັບພັນທະມິດ ເພື່ອຄິດຄໍານວນໃນສິ່ງທີ່ກອງທັບຢູເຄຼນຕ້ອງການ ແລະ ພົບວ່າທີ່ຕ້ອງສົ່ງມອບຄືລະບົບເຫຼົ່ານີ້.

ທັ້ງນີ້ ເຈົ້່າໜ້າທີ່ທ່ານດັ່ງກ່າວບໍ່ໄດ້ບອກຢ່າງເຈາະຈົງວ່າສະຫະລັດ ຈະຖະແຫຼງກ່ຽວກັບເລື່ອງທີ່ຈະສົ່ງອາວຸດແລະຍຸດໂທປະກອນໃຫ້່ແກ່ຢູເຄຼນເພີ່ມເຕີມຫຼືບໍ ແຕ່ບອກວ່າລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ກໍາລັງດໍາເນີນການກ່ຽວກັບຊຸດອາວຸດຊຸດຕໍ່ໄປທີ່ຈະມອບໃຫ້ແກ່ຄຽບ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page