ສະຫະລັດເຮັດທຸກທາງ! ຫວັງເຫັນເຊີເບຍຖິ້ມແກ໊ສຈາກຣັດເຊຍ ສະເໜີແຫຼ່ງພະລັງງານອື່ນທົດແທນ

ສະຫະລັດເຮັດທຸກທາງ! ຫວັງເຫັນເຊີເບຍຖິ້ມແກ໊ສຈາກຣັດເຊຍ ສະເໜີແຫຼ່ງພະລັງງານອື່ນທົດແທນ

ສະຫະລັດຫວັງວ່າເຊີເບຍຈະບໍ່ຕໍ່ສັນຍາຮັບຊື້ກ໊າສທຳມະຊາດຣັດເຊຍໄປອີກທົດສະວັດ ຈາກຄວາມເຫັນຂອອາມອສ ໂຮໄຕ ທີ່ປຶກສາລະດັບສູງດ້ານຄວາມໝັ່ນຄົງ ທາງພະລັງງານຂອງກະຊວງຕ່າງປະເທດສະຫະລັດ ທ່າມກາງລາຍງານຂ່າວວ່າທໍານຽບຂາວກໍາລັງມີແຜນສະເໜີມອບແຫຼ່ງອຸປະທານອື່ນແກ່ປະເທດໃນແຖບບອນຂ່ານແຫ່ງນີ້ໃນອານາຄົດອັນໃກ້.

ໂຮໄຕ ເຜີຍວ່າ ປະທານາທິບໍດີ ອາເລັກຊານດາ ວູຊິ ຂອງເຊີເບຍ ຊາບດີເຖິງຈຸດຢືນຂອງວໍຊິງຕັນໃນປະເດັນນີ້ ພ້ອມເນັ້ນຢໍ້າວ່າສະຫະລັດ ຈະໃຫ້ການສະໜັບສະໜູນແຮງບັນດານໃຈເຂົ້າຮ່ວມເປັນສະມາຊິກອີຢູຂອງເຊີເບຍ ຫາກວ່າເບເກດດໍາເນີນການຕ່າງໆ ທີຈໍາເປັນ.

ເຈົ້າໜ້າທີ່ສະຫະລັດ ທ່ານນີ້ບອກວ່າເຂົາໄດ້ຫາລືປະເດັນດັ່ງກ່າວກັບຜູ້ນໍາເຊີເບຍ ແລະ ທາງລັດຖະບານຂອງປະທານາທິບໍດີໂຈ ໄບເດັນ ເຊື່ອວ່າ ວູຊິ “ ຈະລະມັດລະວັງແລະບໍ່ເພິ່ງພາຣັດເຊຍແຕ່ພຽງຢ່າງດຽວ”

ໂຮໄຕ ອ້າງວ່າເວລານີ້ ສະຫະລັດ ກໍາລັງເຮັດໃນພູມມິພາກເພື່ອພັດທະນາໂຄງສ້າງພື້ນຖານທາງເລືອກອື່ນສໍາລັບອຸປະທານກ໊າສທໍາມະຊາດ ໃນນັ້ນລວມເຖິງສະຖານີກ໊າສທໍາມະຊາດເຫຼວ ( ແອລເອັນຈີ) ໃນແອເບເນຍແລະກຣີ
ເຂົາເຕືອນລັດຖະບານເຊີເບຍວ່າຢ່າຕັດສິນໃຈຫຸນຫັນພັນແລ່ນ ແລະ ບອກວ່າສະຫະລັດຈະສະເໜີແລ່ງພະລັງງານທາງເລືອກອື່ນໃນອີກ 2ເດືອນຂ້າງໜ້າ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page