ສາວທອມຖືພາ ພາດພຽງເທື່ອດຽວຍ້ອນໄປດື່ມນຳສ່ຽວ

ສາວທອມພາດ! ຖືພາແລ້ວເກີດໃນຫ້ອງນໍ້າ ແຕ່ອ້າງວ່າພົບເດັກໃນຖັງຂີເຫຍື້ອ

ສາວທອມ ອາຍຸ 20ປີ ມີແຟນເປັນຜູ້ຍິງຢູ່ນໍາກັນ ແຕ່ຕົນເອງກັບຖືພາເພາະພາດທ່າໄປມີຫຍັງກັບຜູ້ຊາຍຕອນກັບໄປຢ້ຽມບ້ານ ສຸດທ້າຍຄອດລູກໃນຫ້ອງນໍ້າ ເອົາຜ້າເຊັດຕົນຕົວແລ້ວວາງແຜນ ແຈ້ງຕໍາຫຼວດວ່າຍ່າງຜ່ານໄປພົບເດັກຖຶກຖິ້ມໄວ້ໃນຖັງຂີ້ເຫຍື້ອ.

ຈາກກໍລະນີມີພົນລະເມືອງດີພົບເດັກຫຼັງຄອດ ອາຍຸພຽງ 6ມື້ ເພດຍິງ ຖຶກຖິ້ມໄວ້ໃນຖັງຂີເຫຍື້ອບໍລິເວນທາງໜ້າເຂົ້າໝູ່ບ້ານ ຫຼັງເກີດເຫດຕໍາຫຼວດແລະກໍາລັງສືບສວນ ໄດ້ກວດສອບກ້ອງວົງຈອນປິດບໍລິເວນທີ່ເກີດ ເພື່ອຊອກຫາຄົນນໍາເດັກນ້ອຍມາຖິ້ມ ຈົນຕໍາຫຼວດໃນເຊີນຕົວພົນລະເມືອງດີທີ່ໄປພົບເດັກນ້ອຍຖຶກຖິ້ມຢູ່ໃນຖັງຂີ້ເຫຍື້ອມາສອບຖາມກໍຄືສາວທອມ

ຕໍາຫຼວດເຜີຍວ່າ ຫຼັງສອບສວນກັບສາວທອມແລ້ວພົບຂໍ້ສົງໃສຫຼາຍ ລວມເຖິງໄດ້ກວດສອບກ້ອງວົງຈອນປິດທີ່ເກີດເຫດບໍ່ພົບວ່າມີໃຜນໍາເດັກນ້ອຍມາຖິ້ມ ຈົນໃນທີ່ສຸດ ສາວທອມຍອມຮັບສາລະພາບວ່າ ເດັກນ້ອຍດັ່ງກ່າວຄືລູກຂອງຕົນເອງ.

ທັ້ງນີ້ສາວທອມ ຍອມຮັບວ່າໃນຊ່ວງຕອນກັບບ້ານທີ່ຕ່າງແຂວງ ໄດ້ດື່ມສິ່ງມືນເມົາແລະພາດທ່າມີຫຍັງກັບຜູ້ຊາຍແຕ່ບໍ່ຮູ້ວ່າຕົນເອງຖືພາ ຈົນໄດ້ມາອາໃສຢູ່ບ້ານປ້າຂອງແຟນສາວໂດຍທີ່ຄົນໃນບ້ານບໍ່ມີໃຜຮູ້ວ່າຕົນເອງຖືພາ ເຊິ່ງຕອນ ຕົນເອງຢູ່ບ້ານຄົນດຽວ ເກີດອາການເຈັບທ້ອງເຂົ້າຫ້ອງນໍ້າແລະໄດ້ເກີດລູກອອກມາ

ຢ້ານຄອບຄົວແລະແຟນສາວຮູ້ຈື່ງຕົວະວ່າພົບເດັກຢູ່ໃນຖັງຂີເຫຍື້ອແລ້ວແຈ້ງຕໍາຫຼວດແລະເຈົ້າໜ້າທີ່ກູ້ໄພມາຮັບເດັກໄປ ຕົນບໍ່ໄດ້ນໍາເດັກໄປຖິ້ມໃນຖັງຂີເຫຍື້ອຕາມທີ່ໃຫ້ການຕອນທໍາອິດເພາະເຮັດບໍ່ລົງທີ່ຈະນໍາໄປຖິ້ມແບບນັ້ນໂດຍຫາທາງອອກໂດຍການໂທຕົວະ ເບື່ອງຕົ້ນຕໍາລວດໄດ້ປະສານຍາດພີ່ນ້ອງຂອງສາວທອມເພື່ອຮັບຮູ້ແລະນໍາເດັກນ້ອຍກັບໄປລ້ຽງດູ.

ເຫດການນີ້ເກີດຂຶ້ນທີ່ປະເທດເພື່ອນບ້ານ

Leave a Reply

Your email address will not be published. Required fields are marked *

You cannot copy content of this page