ໄບເດັນ ຢ້ຽມຊາອຸ ເຂົ້າເຝົ້າເຈົ້າຊາຍ ຖິ້ມແຜນຕັດສໍາພັນຫຼັງລາຄານໍ້າມັນພຸ່ງສູງໃນສະຫະລັດ.
ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ຈະເດີນທາງໄປເຢືອນຊາອຸດີອາຣະເບຍ ແລະ ເຂົ້າເຝົ້າເຈົ້າຊາຍ ບີນ ຊໍາມານ ຖິ້ມຄວາມພະຍາຍາມຕັດສໍາພັນກັບຜູ້ນໍາ ຕອບໂຕ້ກໍລະນີເຫດສັງຫານໂຫດຜູ້ຕໍ່ຕ້ານພາຍໃນສະຖານກົງສູນຊາອຸດີອາຣະເບຍ
ເຊິ່ງທໍານຽບຂາວໄດ້ຍຸຕິຂ່າວລືທີ່ມີມາດົນນານແລ້ວ ດ້ວຍການຖະແຫຼງວ່າ ໄບເດັນ ຈະເດີນທາງໄປເຢືອນອິດສະຣາເອວ ເວສແບງ ແລະ ຊາອຸອາຣະເບຍ ລະວ່າງວັນທີ 13-16ກໍລະກົດ ຖືເປັນການເຢືອນຕາເວັນອອກກາງຄັ້ງທໍາອິດນັບຕັ້ງແຕ່ເຂົ້າຮັບຕໍາແໜ່ງ
ນອກເໜືອຈາກພົບປະຜູ້ນໍາຂອງແຕ່ລະຊາດແລ້ວ ໄບເດັນ ຍັງຈະຮ່ວມປະຊຸຸມຊໍາມິດຄະນະມົນຕີຄວາມຮ່ວມມືລັດອ່າວອາຫຼັບໃນຊາອຸດີອາຣະເບຍດ້ວຍ
ຄາດມາຍວ່າໄບເດັນຈະກົດດັນໃຫ້ຊາອຸດີອາຣະເບຍເພີ່ມກໍາລັງຜະລິດໃນຄວາມຫວັງສະກັດລາຄານໍ້າມັນແລະເງີນເຟີ້ທີ່ພຸ່ງສູງພາຍໃນປະເທດ ກ່ອນໜ້າສຶກເລືອກຕັ້ງກາງພາກຂອງສະຫະລັດ ເຊິ່ງພັກເດໂມແຄຮັດຂອງເຂົາສ່ຽງຕົກເປັນຝ່າຍພ່າຍແພ້ ແຕ່ການເຂົ້າເຝົ້າເຈົ້າຊາຍກໍຈະກໍ່ປະເດັນຖົກຖຽງເຊັ່ຍກັນ.