ຮູ້ຫຼືບໍ່? 5ສາເຫດໃກ້ຕົວທີ່ເຮັດໃຫ້ເຈັບຫົວຕະຫຼອດເວລາ
ເຖິງແມ່ນວ່າອາການເຈັບຫົວຈະເປັນເລື່ອງທີ່ບໍ່ຮ້າຍແຮງ ແຕ່ກໍປະຕິເສດບໍ້ໄດ້ວ່າຈະສົ່ງຜົນກະທົບຕໍ່ຊີວິດປະຈໍາວັນ ເພະາບໍ່ແມ່ນແຕ່ອາການເຈັບຫົວເທົ່ານັ້ນ ບາງຄົນປວດຕາ,ປວດຂະໝັບ,ສົ່ງຜົນໃຫ້ເຮັດວຽກຕໍ່ບໍ່ໄດ້ ແລ້ວອາການປວດເຫຼົ່ານີ້ອາດເກີດມາຈາກເລື່ອງເລັກນ້ອຍໆໃກ້ຕົວທີ່ເຮົາເຮັດເປັນປະຈໍາ ຖ້າບໍ່ຢາກເຈັບຫົວຕະຫຼອດ ເຮົາມາເບິ່ງກັນເລີຍວ່າສາເຫດໃດທີ່ມັກເຮັດໃຫ້ເຈັບຫົວ.
1.ຄວາມຄຽດ: ເວົ້າໄດ້ວ່າເປັນສິ່ງທີ່ຫຼາຍຄົນພົບເຈີ ຫາກສັງເກດດີໆ ໃນຕອນທີ່ມີຄວາມຄຽດຈະຮູ້ສຶກເຈັບຫົວໜັກໆທີ່ຂະໝັບທັງສອງຂ້າງ ບາງຄົນອາດປວດຕົ້ນຄໍ,ບ່າໄຫຼ່ ແລະ ຫຼັງອີກດ້ວຍ ຫາກມີສາເຫດອາການເຫຼົ່ານີ້ເລືອຍໆ ນັ້ນອາດໝາຍຄວາມວ່າເຈົ້າກໍາລັງຄຽດ,ກົດດັນຫຼືວິຕົກກັງວົນ ລອງຜ່ອນຄາຍດ້ວຍການຫາກິດຈະກໍາຫຼືອອກໄປສູດອາກາດບໍລິສຸດ.
2.ພັກຜ່ອນບໍ່ພຽງພໍ: ການພັກຜ່ອນບໍ່ພຽງພໍສົ່ງຜົນໃຫ້ເກີດອາການເຈັບຫົວຕຸບໆໄດ້ໃນຕອນເຊົ້າ ນອກຈາກນີ້ຍັງເຮັດໃຫ້ຮູ້ສຶກບໍ່ຢາກຕື່ນ, ອອ່ນເພຍ ຕື່ນເຊົ້າມາບໍ່ສົດຊື່່ນ ອາດນໍາມາເຊິ່ງຄວາມຄຽດຫງຸດຫງິດງ່າຍອີກດ້ວຍ ທາງທີ່ດີຄວນນອນຫຼັບພັກຜ່ອນໃຫ້ໄດ້ຢ່າງໜ້ອຍມື້ລະ 6-8ຊົ່ວໂມງຈະດີ.
3.ອາກາດຮ້ອນອົບເອົ້າ: ເຊິ່ງອາກາດເປັນຕົວກະຕຸ້ນການປວດຫົວ ເພາະເມື່ອອາກາດຮ້ອນຂື້້ນຄວາມຊື້ນແລະຄວາມດັນປ່ຽນແປງໄປ ເຮັດໃຫ້ເກີດການປ່ຽນແປງການສ້າງສານເຄມີໃນສະໝອງເຊິ່ງເປັນຕົວກະຕຸ້ນໃຫ້ເກີດອາການເຈັບຫົວໄດ້.
4. ຮໍໂມນປ່ຽນແປງ: ເພາະຮໍໂມນເປັນປັດໄຈສໍາຄັນທີຮ່ກະຕຸ້ນໃຫ້ເກີດອາການປວດຫົວໄດ້ ໂດຍສະເພາະຮໍໂມນໃນຊ່ວງມີຮອບເດືອນ ສາວໆຫຼາຍຄົນມັກມີອາການປວດຫົວຊ່ວງມີປະຈໍາເດືອນ ນັ້ນກໍເພາະວ່າຮໍໂມນມີການຫຼຸດລະດັບລົງ ສົ່ງຜົນໃຫ້ເກີດອາການປວດຫົວ.
5.ເຮັດວຽກໜ້າຄອມພິວເຕີ່ເປັນເວລາດົນເ ຄົນເຮັດວຽກອອັບຟິດທີ່ຕ້ອງຢູ່ໜ້າຄອມເປັນເວລາດົນ ໂດຍບໍ່ພັກສາຍຕາ ມັກມີອາການໜັກຫົວ ປວດກະບອກຕາ ເຊິ່ງອາການສ່ວນໃຫຍ່ມັກສະແດງໃຫ້ເຫັນຊ່ວງສວຍຫຼືໃກ້ເລີກວຽກ ເນື່ອງຈາກໃຊ້ສາຍຕາມາໝົດມື້ິ ບາງຄົນອາດຮູ້ສືກວຽນຫົວຫຼືຄື່ນໄສ້ອີກດ້ວຍ ແນະນໍາວ່າຄວນພັກສາຍຕາທຸກໆ 20-30ນາທີ ເພື່ອເປັນການພັກຜ່ອນໃນຕົວ.