ນາໂຕ້ຮຽກຮ້ອງຊາດຕາເວັນຕົກສົ່ງ “ອາວຸດໜັກ” ໃຫ້ຢູເຄຼນເພີ່ມອີກ

ນາໂຕ້ຮຽກຮ້ອງຊາດຕາເວັນຕົກສົ່ງ “ອາວຸດໜັກ” ໃຫ້ຢູເຄຼນເພີ່ມອີກ.

ເຍນ ສະໂຕເທນເບິກ ເລຂາທິການອົງການສົນທິສັນຍາແອດແລນຕິກເໜືອ (ນາໂຕ) ອອກມາຮຍກຮ້ອງໃຫ້ຊາດຕາເວັນຕົກສົ່ງມອບ ອາວຸດໜັກ ໃຫ້ແກ່ຢູເຄຼນຫຼາຍກວ່ານີ້ ເພື່ອທີ່ກອງກໍາລັງຄຽບຈະບໍ່ສາມາດຕ້ານທານການບຸກຂອງກອງທັບຣັດເຊຍໃນເຂດດອນບາສທາງຕາເວັນອອກ.


ນາໂຕ ເລີ່ມຍົກລະດັບ ການສົ່ງມອບອາວຸດໃຫ້ແກ່ຄຽບແລ້ວ ແລະ ຈະມີການຈັດປະຊຸມກັນທີ່ຣັດເຊວ ເພື່ອປະສານງານເພີ່ມເຕີ່ມໃນແງ່ຂອງການຈັດສົ່ງອາວຸດໜັກ.
“ ນັນເັນເພາະພວກເຂົາຈໍາເປັນຕ້ອງເພິ່ງພາອາວຸດເຫຼົ່ານີ້ ເພື່ອທີ່ຈະສາມາດຢືນຢັດຕໍ່ສູ້ກັບການຮຸກຮານອັນປ່າເຖື່ອນຂອງຣັດເຊຍໄດ້” ສະໂຕເທນເບິໍກກ່າວ.


ຢູເຄຼນຮຽກຮ້ອງຊໍ້າແລ້ວຊໍ້າອີກໃຫ້ຊາດຕາເວັນຕົກຮີບສົ່ງອາວຸດໜັກໄປຊ່ວຍ ຂະນະດຽວກັນກໍວິພາກວິຈານຜູ້ນໍາຢູໂຣບບາງປະເທດທີ່ຍັງຄົງລັງເລໃນການຕິດອາວຸດໃຫ້ຄຽບ. ນາຍົກລັດຖະມົນຕີ ມາກ ຣືເຕີ ແຫ່ງເນເທີແລນ ແລະ ນາຍົກລັດຖະມົນຕີ ເມດເຕ ເຟເດຣິກເຊນ ແຫ່ງເດນມາກ ໄດ້ຮ່ວມກັນເປັນເຈົ້າພາບຈັດການກາລືລະຫວ່າງສະໂຕເທນເບິກກັບຜູ້ນໍາໂປແລນ ໂຣມາເນຍ ລັດເວຍ ໂປຕຸເກດ ແລະ ເບວຍຽມ ກ່ອນທີ່ຈະມີການປະຊຸມຊໍາມິດນາໂຕ້ທີ່ກຣຸງມາຣິດໃນຊ່ວງທ້າຍເດືອນ.


ນາຍົກລັດຖະມົນຕີ ມາແຕອຸ ມໍຣາວີແຍສະກີ ແຫ່ງໂປແລນ ສະແດງຄວາມຜິດຫວັງທີ່ຕາເວັນຕົກ “ບໍພະຍາຍາມຫຼາຍພໍ” ທີ່ຈະສະໜັບສະໜູນເພື່ອນບ້ານຢູເຄຼນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page