ສົງຄາມໂລກຄັ້ງທີ່3ເກີດຂຶ້ນແລ້ວ ນາໂຕ້ມີສ່ວນຍຸແຍ່ໃຫ້ຣັດເຊຍບຸກຢູເຄຼນ

ສົງຄາມໂລກຄັ້ງທີ່3ເກີດຂຶ້ນແລ້ວ ນາໂຕ້ມີສ່ວນຍຸແຍ່ໃຫ້ຣັດເຊຍບຸກຢູເຄຼນ

ໂປ໊ຟານຊິຊີ້ “ ສົງຄາມໂລກຄັ້ງທີ່ 3” ຖຶກປະກາດແລ້ວໃນມຸມມອງຂອງພະອົງ ແລະ ສັນລະເສີນຄວາມກ້າຫານຂອງຊາວຢູເຄຼນທີ່ພະຍາຍາມປົກປ້ອງບ້ານເມືອງຈາກການຮຸກຮານອັນປ່າເຖື່ອນຂອງຣັດເຊຍ ແຕ່ເຫັນວ່າອົງການສົນທິສັນຍາແອດແລນຕິກເໜືອ ( ນາໂຕ້) ກໍມີສ່ວນ “ ຍຸແຍ່” ໃຫ້ເກີດສະຖານະການເຊັ່ນນີ້ຂື້ນ.


“ ສິ່ງທີ່ເຮົາໄດ້ເຫັນກໍຄືຄວາມໂຫດຮ້າຍແລະຄວາມປ່າເຖື່ອນຂອງສົງຄາມທີ່ກະທໍາໂດຍທະຫານ ເຊິ່ງສ່ວນໃຫຍ່ເປັນທະຫານຮັບຈ້າງຂອງຝ່າຍຣັດເຊຍ” ໂປ໊ຕຣັດ ພ້ອມທັ້ງຍັງຍ້ອງຍໍຊາວຢູເຄຼນວ່າເປັນ “ ປະຊາຊົນຜູ້ກ້າຫານ”


ປະມຸກຄຣິດຈັກຄາທໍລິກຢໍ້າເຕືອນວ່າ “ ສິ່ງທີ່ອັນຕະລາຍກໍຄືສິ່ງທີ່ເຮົາເບິ່ງເຫັນພຽງການສູ້ຮົບທີ່ໂຫດຮ້າຍ ແຕ່ເບິ່ງບໍ່ເຫັນສາກລະຄອນທັງມົດທີ່ຢູ່ເບື້ອງຫຼັງສົງຄາມຄັ້ງນີ້ ເຊິ່ງອາດເກີດຈາກການຍຸແຍ່ ຫຼືການບໍ່ພະຍາຍາມຢັບຢັ້ງບໍ່ໃຫ້ມັນເກີດຂືນ”
ໂປ໊ຟານຊິ ຖະແຫຼງປະນາມສົງຄາມໃນຢູເຄຼນມາແລ້ວຫຼາຍຄັງ ແຕ່ນັ້ນກໍຍັງບໍ່ພົ້ນການຖຶກວິຈານວ່າບໍ່ໂຍນຄວາມຜິດທັງໝົດໃຫ້ແກ່ປະທານາທິບໍດີ ວະລາດິມີ ປູຕິນ ແຫ່ງຣັດເຊຍ ຢ່າງທີ່ບັນດາຊາດຕາເວັນຕົກເຮັດ.


ແລະໄດ້ຊີ້ວ່າ ໃນສົງຄາມນີ້ “ບໍ່ມີໃຜເປັນຄົນດີຫຼືຄົນຊົ່ວຮ້ອຍເປີເຊັນ” ແລະ ມີປະກົດການລະດັບໂລກບາງຢ່າງທີ່ກໍາລັງເກີດຂືນ ເຊິ່ງມີອົງປະກອບພົວພັນກັນຢ່າງຊັບຊ້ອນ ແລະ ດ້ວຍເຫດນີ້ ປູຕິນ ຈື່ງບໍ່ຄວນຖຶກຕາໜ້າວ່າເປັນ “ ໝາປ່າ” ເຊັ່ນດຽວກັບທີ່ຊາດຕາເວັນຕົກກໍບໍ່ແມ່ນ “ ໜູນ້ອຍໝວກແດງ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page