ກ້າໄປພັກບໍ່? 5 ໂຮງແຮມຜີສິງສຸດຫຼອນເບີ່ງແຕ່ຊື່ກໍຍັງຫຼອນແລ້ວ

ຄືນຫຼອນວິນຍານບາບ HI- Ottawa Jail Hostel
ອອັດຕາວາ ປະເທດແຄນາດາ: ເຊິ່ງບ່ອນນີ້ເຄີຍເປັນຄຸກທີ່ຮູ້ຈັກກັນມາໃນນາມ Nicholas Street Gaol ອອັດຕາວາ ເຊິ່ງຕັງຢູ່ໃຈກາງກຣຸງອອັດຕາວາ ແລະ ເຖິງແມ່ນວ່າຫ້ອງພັກບາງຫ້ອງຈະຜ່ານການປັບປ່ຽນໃຫ້ໄດ້ມາດຕະຖານແລະສະດວກສະບາຍແລ້ວໃນຍຸກໃໝ່ ແຕ່ບ່ອນນີ້ກໍຍັງມີປະຕູໄມ້ສະໄໝທີ່ເປັນຄຸກແລະປ່ອງອ້ຽມທຸກບານຍັງມີກົງຢູ່.

ຂ້ອຍປ່ວຍແລະຕາຍບ່ອນນີ້ 1886 Crescent Hotel and Spa ຢູເຣກາສປຼິງ ລັດອາຄັນຊໍ ສະຫະລັດອາເມລິກາ: ເຊິ່ງແຕ່ກ່ອນເຄີຍເປີດຕົວເປັນຣີສອດສຸດຫຼູໃນຊ່ວງທ້າຍປີແລະເສື່ອມໂຊມລົງກາຍເປັນວິທະຍາໄລແລະໂຮງຮຽນດົນຕີສໍາຫຼັບຜູ້ຍິງ ແລະ ຫຼັງຈາກນັນກໍປ່ຽນມາເປັນໂຮງໝໍ ແລະ ຄຼີນິກ.

ປ່ອຍຂ້ອຍອອກໄປ Q Station ຊີດນີ ປະເທດອອັດເຕເລຍ: ສະໄໝກ່ອນຜູ້ອົບພະຍົບໃໝ່ທີ່ເດີນທາງມາອອັດເຕເລຍແລະຕ້ອງສົງໃສວ່າເປັນພາຫະນະນໍາໂລກຈະຖຶກກັກຕົວໄວ້ ເປັນເວລາ 40ວັນ ແລະ ເປັນແບບນີເລື້ອຍມາຈົນບ່ອນນີປິດຕົວລົງ ບ່ອນນີເປັນທີ່ພັກພິງສຸດທ້າຍຂອງຜູ້ປ່ວຍໂລກຕິດຕໍ່ຕ່າງໆ.

ມາຫຼິ້ນນໍາກັນແມະ Island of Dolls
Mexico City, Mexico: ແມັກຊິໂກ ຊິຕີ້ ເປັນໜື່ງໃນເມືອງໃຫຍ່ທີ່ສຸດໃນໂລກ ທີ່ພ້ອມມອບປະສົບການຫຼາກຫຼາຍໃຫ້ແກ່ຜູ້ມາເຢືອນ ບໍ່ວ່າຈະເປັນສວນສາທາລະນາ ແລະ ໜື່ງໃນປະສົບການທີ່ນັກເດີນທາງຈິດແຂງຜູ້ມັກຮັກຄວາມຕື່ນເຕັ້ນແລະຕໍານານລຶກລັບ.

ຄວາມຕາຍກໍພາກເຮົາຈາກກັນບໍ່ໄດ້ Hotel Paris : ຟໍເລນປະເທດອີຕາລີ: ໃນເມືອງສຸດໂລແມນນຕິກຢ່າງຟໍເລນນີ້ ບໍ່ແປກໃຈທີ່ຕໍານານວິນຍານຫຼອນຊື່ດັງທີ່ສຸດເລື່ອງໜື່ງກໍຍັງເປັນເລື່ອງກ່ຽວກັບຄວາມຮັກທີ່ເສຍຊີວິດລົງຢ່າງປິດສະໜາ.