ໄບເດັນເຕີມບໍ່ອັ້ນ! ມອບອາວຸດໜັກໃຫ້ຢູເຄຼນອີກມູນຄ່າ 1ພັນລ້ານໂດລາຫຼັງຄຽບໃກ້ພ່າຍແພ້
ປະທານາທິບໍດີ ໄບເດັນ ແຫ່ງສະຫະລັດ ຖະແຫຼງອັດສີດງົບ 1.000ລ້ານໂດລາ ສໍາລັບຈັດຫາອາວຸດຊ່ວຍຢູເຄຼນ ໃນນັ້ນລວມເຖິງລະບົບຈະຫຼວດຕໍ່ຕ້ານເຮືອ, ປືນໃຫຍ່ຈະຫຼວດດປືນໃຫຍ່ຮາວວິດເຊີ ແລະ ລູກປືນ ໃນຂະນະທີ່ຄຽບຕົກຢູ່ໃນສະຖານະການຄັບຂັນ ໃນເມືອງຊີວີໂຣໂດເນດໃກ້ພ່າຍແພ້ ໃນສະໜາມຮົບຍຸດທະສາດສໍາຄັນແຫ່ງໜື່ງນີ້ເຕັມທີ່.
ລະຫວ່າງການໂອ້ລົມກັບປະທ່ນາທິບໍດີໂວໂລດີມີ ເຊເລນສະກີ ແຫ່ງຢູເຄຼນ ໄບເດັນ ໄດ້ແຈ້ງກັບຜູ້ນໍາທ່ານນີ້ກ່ຽວກັບອາວຸດໃມ່ທີ່ກຽມສົ່ງມອບແກ່ຄຽບ “ ສະຫະລັດ ກໍາລັງມອບຄວາມຊ່ວຍເຫຼືອດ້ານຄວາມໝັ້ນຄົງແກ່ຢູເຄຼນອີກ
1.000ລ້ານໂດລາ ໃນນັ້ນລວມເຖິງປືນໃຫຍ່ແລະອາວຸດປ້ອງກັນຊາຍຝັ່ງເພີ່ມເຕີມ ເຊັ່ນດຽວກັບລູກປືນໃຫຍ່ແລະລະບົບຈະຫຼວດລໍ້າສະໄໝ” ໄບເດັນເປີດເຜີຍຜ່ານການຖະແຫຼງ ຫຼັງຈາກຫາລືກັບ ເຊເລນສະກີ
ປະທານາທິບໍດີສະຫະລັດ ຍັງຖະແຫຼງມອບຄວາມຊ່ວຍເຫຼືອດ້ານມະນຸດສະທໍາເພີ່ມເຕີມອີກ 225ລ້ານໂດລາ ເພື່ອຊ່ວຍເລືອປະຊາຊົນໃນຢູເຄຼນ ໃນນັນລວມເຖິງຈັດຫານໍ້າດື່ມທີ່ປອດໄພ,ສະບຽງທາງການແພດທີ່ສໍາຄັນ, ອາຫານ ສະຖານທີີ່ພັກພິງຊົ່ວຄາວແລະເງີນສົດແກ່ຄອບຄົວຊາວຢູເຄຼນ ເພື່ອນໍາໄປຊື້ເຄື່ອງໃຊ້ທີ່ຈໍາເປັນ.