ຈັດອັນດັບ5 ລົດຫຼູທີ່ມີລາຄາແພງທີ່ສຸດໃນໂລກ ປີ2022

ຈັດອັນດັບ5 ລົດຫຼູທີ່ມີລາຄາແພງທີ່ສຸດໃນໂລກ ປີ2022

ຈັດອັນດັບ5 ລົດຫຼູທີ່ມີລາຄາແພງທີ່ສຸດໃນໂລກ ປີ2022

ອັນດັບທີ 1. Rolls-Royce Boat Tail
ລາຄາ28.0 ລ້ານຫຼຽນສະຫະລັດ( ປະມານ890 ລ້ານບາດ)
Rolls-Royce ກັບມາທວງບັນລັງເຈົ້າຂອງລົດທີ່ມີລາຄາແພງທີ່ສຸດໃນໂລກໃນປີນີ້ ສຳລັບ Boat Tail ມັນເປັນຍານພາຫະນະທີ່ເຮັດຕາມຄໍາສັ່ງພິເສດທີ່ມາພ້ອມກັບການອອກແບບທີ່ໄດ້ຮັບແຮງບັນດານໃຈຈາກເຮືອຍອດລະດັບ J Class


ອັນດັບທີ 2. Bugatti La Voiture Noire
ລາຄາ 18.7 ລ້ານຫຼຽນສະຫະລັດ (ປະມານ 598 ລ້ານບາດ)
ສຳລັບແຊ້ມເກົ່າຂອງປີ2020 ໄດ້ຕົກລົງຢູ່ໃນອັນດັບ2 ປີນີ້ ແຕ່ດ້ວຍາຄາ 18.7 ລ້ານຫຼຽນສະຫະລັດ ຈະຍັງເຮັດໃຫ້ໄຮເປີຄາດລຸ່ນພິເສດຄັນນີ້ຕິດຢູ່ໃນອັນດັບທັອບໆ ຂອງລົດລາຄາແພງໄປອີກຫຼາຍປີແນ່ນອນ


ອັນດັບທີ 3. Rolls-Royce Sweptail
ລາຄາ12.8 ລ້ານຫຼຽນສະຫະລັດ (ປະມານ 407 ລ້ານບາດ)
ສຸດຍອດລົດຍົນສັ່ງເຮັດພິເສດແບບ 2 ປະຕູ 2 ບ່ອນນັ່ງ ທີ່Rolls-Royce ໃຊ້ເວລາພັດທະນາຫຼາຍກວ່າ 4 ປີຄັນນີ້ຄືເຈົ້າຂອງຕາແໜ່ງລົດທີ່ມີລາຄາແພງທີ່ສຸດໃນປີ2017 ມາພ້ອມກັບການອອກແບບທີ່ເນັ້ນໜັກເຖິງຄວາມຊັບຊ້ອນຈາະກປະຕູໜ້າຂອງ Pantheonti ກົງກັນຂ້າມກັບການຕົບແຕ່ງອາລູມີນຽມທີ່ອອກແບບຢ່າງລະອຽດ.


ອັນດັບທີ 4. Bugatti Centodieci
ລາຄາ9 ລ້ານຫຼຽນສະຫະລັດ (ປະມານ 297 ລ້ານບາດ)
Centodieci ເປີດຕົວຄັ້ງທຳອິດໃນງານ Pebbie car week ເຜີຍໃຫ້ເຫັນຮູບລັກສະນະຂອງລົດທີ່ຫາຍາກທີ່ສຸດ ທີ່ຖືກສ້າງຂຶ້ນສະແດງຄວາມເຄົາລົບຕໍລົດ supercars ທີ່ເປັນສັນຍາລັກຂອງຍຸກ90 ຄືກັບ Bugatti EB110 SS


ອັນດັບທີ 5. Mercedes-Maybach Exelero
ລາຄາ8 ລ້ານຫຼຽນສະຫະລັດ (ປະມານ 254 ລ້ານບາດ)
Exelero ເປີດຕົວຄັ້ງທຳອິດໃນປີ 2004 ໃນຮູບແບບ one-off ຫຼືມີຢູ່ຄັນດຽວໃນໂລກ ໂດຍລົດຄັນນີ້ເປັນໂປເຈັກທີ່ Mercedes-Maybach ແລະ Fulda ບໍລິສັດຫຸ້ນສ່ວນຢາງລົດ Goodyear ໃນເຢຍລະມັນຮ່ວມກັນພັດທະນາເພື່ອສະແດງເຖິງຄວາມລໍ້າໜ້າທາງເທັກໂນໂລຢີ ພາຍໃຕ້ hood ຕິດຕັ້ງເຄື່ອງຈັກ V12 ທະວິນເທີໂບ ໃຫ້ກຳລັງສູງສຸດ 690 ແຮງມ້າ, ແຮງບິດສູງສຸດ 1,020 Nm ແລະຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page