ຢາກແຍກນາໂຕ້! ສະຫະລັດສະໜັບສະໜູນແນວຄິດຈັດຕັ້ງກຸ່ມພັນທະມິດທະຫານໃໝ່
ຈູລຽນ ສະມິດ ຜູ້ແທນຖາວອນຂອງສະຫະລັດປະຈໍາອົງກອນສົນທິສັນຍາແອດແລນຕິກເໜືອ ລະບຸວ່າ ວໍຊິງຕັນສະໜັບສະໜູນແນວຄິດກ່ຽວກັບການຈັດຕັ້ງພັນທະມິດຄວາມໝັ່ນຄົງກຸ່ມໃໝ່ ເຊິ່ງມີລາຍງານວ່າໃນນັ້ນອາດປະກອບດ້ວຍ ຢູເຄຼນ ສະຫະລາດຊະອານາຈັກ ໂປແລນ ບັນດາປະເທດແຖບບອນຕິກ ແລະເປັນົປໄດ້ວ່າອາດລວມໄປເຖິງ ຕຸຣະກີ ດ້ວຍ.
ໜັງສືພິມຂອງ ອີຕາລີ ລາຍງານວ່າ ນາຍົກລັດຖະມົນຕີບໍຣິດ ຈອນສັນ ແຫ່ງສະຫະລາດຊະອານາຈັກ ນໍາສະເໜີຄວາມຄິດໃນສິ່ງທີ່ເອີ້ນວ່າ “ ເຄືອຈັກຮົບຢູໂຣບ” ກັບປະທານາທິບໍດີໂວໂລດີມີ ເຊເລນສະກີ ແຫ່ງຢູເຄຼນ ລະຫວ່າງເດີນທາງເຢືອນ ກຣຸງຄຽບເມື່ອຊ່ວງຕົ້ນເດືອນເມສາ
ເຊິ່ງໄດ້ອ້າງວ່າ ຈອນສັນເບິ່ງກຸ່ມດັ່ງກ່າວ ວ່າເປັນ “ ລະບົບໃມ່ແຫ່ງພັນທະມິດທາງການເມືອງ ເສດຖະກິດແລະທາງການທະຫານ ນອກເນືອຈາກສະຫະພາບຢູໂຣບ”
ເຂົາເຊື່ອວ່າສະຫະລາດຊະອານາຈັກ ຢູເຄຼນ,ໂປແລນ,ລັດເວຍ,ລີທົວເນຍ ແລະ ເອດໂຕເນຍ ເຊັ່ນດຽວກັບ ຕຸຣະກີ ເປັນໄປໄດ້ວ່າຈະເຂົ້າຮ່ວມພາຍຫຼັງ ຄວນຮ່ວມມືກັນບົນພື້ນຖານຂອງຄວາມເຫັນຕ່າງຈາກບັດເຊວ ຄວາມບໍ່ພໍໃຈແນວທາງຕອບສະນອງທີ່ເສີຍຊາຂອງເຍຍລະມັນຕໍ່ປະຕິການຮຸກຮານຢູເຄຼນຂອງຣັດເຊຍ ແລະ ຄວາມກັງວົນຕໍ່ໄພຄຸກຄາມຂອງຣັດເຊຍທີ່ມີຕໍ່ຄວາມໝັ່ນຄົງຂອງທະວີບຢູໂຣບ.